ກຳນົດຜູ້ຂັບລົດໄຟລາວ-ຈີນສັນຊາດລາວງວດທຳອິດ

2022-06-20 14:03:31 CRI


     ການສອບເສັງສຳລັບນັກຮຽນສັນຊາດລາວທີ່ຈະເປັນຮອງຜູ້ຂັບລົດໄຟລາວ-ຈີນໄດ້ສິ້ນສຸດລົງໃນວັນທີ 18 ມິຖຸນາປີ 2022 ນີ້, ນັກຮຽນສັນຊາດລາວຈຳນວນ 66 ຄົນໄດ້ຜ່ານການສອບເສັງທັງໝົດ, ກາຍເປັນຜູ້ຂັບລົດໄຟລາວ-ຈີນສັນຊາດລາວງວດທຳອິດຢ່າງເປັນທາງການ.


     ອີງຕາມບໍລິສັດລົດໄຟລາວ-ຈີນຈຳກັດທີ່ຮັບຜິດຊອບການຂົນສົ່ງຕາມທາງລົດໄຟລາວ-ຈີນຕອນຢູ່ລາວແນະນຳໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີ 2021 ເປັນຕົ້ນມາ, ພະແນກການນຳໃຊ້ ກວດກາ ແລະສ້ອມແປງລົດໄຟລາວ-ຈີນປະຈຳນະຄອນຫຼວງວຽງຈັນກໍໄດ້ເລີ່ມສ້າງຖັນແຖວພະນັກງານທີ່ກ່ຽວຂ້ອງຢ່າງໄວວາ. ພາຍຫຼັງໄດ້ຮັບການອົບຮົມມາເປັນເວລາປະມານເຄິ່ງປີ, ນັກຮຽນສັນຊາດລາວ 66 ຄົນລ້ວນແຕ່ໄດ້ຜ່ານການສອບເສັງດ້ານທິດສະດີແລະພຶດຕິກຳ.


     ບໍລິສັດລົດໄຟລາວ-ຈີນຍັງແນະນຳໃຫ້ຮູ້ຕື່ມວ່າ:  ຮອງຜູ້ຂັບລົດໄຟລາວ-ຈີນສັນຊາດລາວ 66 ຄົນດັ່ງກ່າວຈະໄປເຮັດວຽກໃນທຸກໜ້າທີ່ຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ລາວ, ເມື່ອຮອດເວລານັ້ນ, ຜູ້ຂັບລົດໄຟສັນຊາດຈີນແລະສັນຊາດລາວສອງຄົນຈະຂັບລົໄຟຮ່ວມກັນ, ໃນອະນາຄົດ, ຍັງຈະໃຫ້ທິມງານຜູ້ຂັບລົດໄຟສັນຊາດລາວປະຕິບັດໜ້າທີ່ດ້ວຍຕົນເອງເປັນກ້າວໆ.