ຜົນການເລືອກຕັ້ງເບື້ອງຕົ້ນສະແດງໃຫ້ເຫັນວ່າ ຄະນະຂອງທ່ານເອັມມານຸເອວ ມາຄຣົງບໍ່ໄດ້ຮັບທີ່ນັ່ງສ່ວນຫຼາຍຢ່າງເດັດຖານໃນການເລືອກຕັ້ງສະພາປະຊາຊົນແຫ່ງຊາດຝຣັ່ງ

2022-06-20 14:26:41 CRI


     ຕອນຄ່ຳວັນທີ 19 ມິຖຸນາປີ 2022 ນີ້, ກະຊວງພາຍໃນຂອງຝຣັ່ງໄດ້ເປີດເຜີຍຜົນການເລືອກຕັ້ງເບື້ອງຕົ້ນສະແດງໃຫ້ເຫັນວ່າ: ໃນການປ່ອນບັດຮອບທີ 2 ຂອງການເລືອກຕັ້ງສະພາປະຊາຊົນແຫ່ງຊາດຝຣັ່ງທີ່ຈັດຂຶ້ນໃນມື້ດຽວກັນ, ເຖິງວ່າສະຫະພັນຝ່າຍເປັນກາງທີ່ຊື່ວ່າ“ຢູ່ຮ່ວມກັນ”ທີ່ນຳໂດຍທ່ານເອັມມານຸເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ຄະແນນນຳໜ້າ, ແຕ່ສະຫະພັນດັ່ງກ່າວບໍ່ໄດ້ຮັບທີ່ນັ່ງສ່ວນຫຼາຍຢ່າງເດັດຖານໃນສະພາປະຊາຊົນແຫ່ງຊາດ.


ຕາມຜົນການເລືອກຕັ້ງເບື້ອງຕົ້ນທີ່ກະຊວງພາຍໃນຂອງຝຣັ່ງໄດ້ເປີດເຜີຍພາຍຫຼັງໄດ້ນັບບັດເລືອກຕັ້ງ 97% ແລ້ວສະແດງໃຫ້ເຫັນວ່າ: ໃນຈຳນວນ 577 ທີ່ນັ່ງຂອງສະພາປະຊາຊົນແຫ່ງຊາດ, ສະຫະພັນຝ່າຍເປັນກາງໄດ້ຮັບ 234 ທີ່ນັ່ງ, ໜ້ອຍກວ່າ 289 ທີ່ນັ່ງທີ່ສາມາດຄອງທີ່ນັ່ງສ່ວນຫຼາຍຢ່າງເດັດຖານໃນສະພາປະຊາຊົນແຫ່ງຊາດ ເຊິ່ງໄດ້ຮັບທີ່ນັ່ງໜ້ອຍກວ່າການເລືອກຕັ້ງສະພາປະຊາຊົນແຫ່ງຊາດຝຣັ່ງໃນປີ 2017 ຢ່າງຫຼວງຫຼາຍ.