ທ່ານ ສີຈິ້ນຜິງ ຕອບຈົດໝາຍເພື່ອລະດົມນ້ຳໃຈນັກສຶກສາທຸກຖ້ວນໜ້າຂອງວິທະຍາໄລທະຫານຮາບກອງທັບບົກຈີນ

2022-06-21 15:51:00 cri

      ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຈົດໝາຍຂອງນັກສຶກສາທຸກຖ້ວນໜ້າປີ 2022 ຂອງວິທະຍາໄລທະຫານຮາບກອງທັບບົກຈີນເພື່ອລະດົມນ້ຳໃຈໃຫ້ແກ່ເຂົາເຈົ້າ.

      ທ່ານ ສີຈິ້ນຜິງ ກ່າວຜ່ານທາງຈົດໝາຍວ່າ: ພວກສະຫາຍໄດ້ຕັ້ງໃຈຮ່ຳຮຽນແລະຝຶກຊ້ອມຢ່າງບາກບັ່ນໃນໄລຍະຮຽນຢູ່ໃນໂຮງຮຽນ, ລ້ວນແຕ່ໄດ້ຮັບຄະແນນທີ່ດີໃນດ້ານຕ່າງໆ,ມາຮອດດຽວນີ້ໃກ້ຈະຈົບການຮຽນໄປປະຕິບັດໜ້າທີ່ຢູ່ຄ້າຍທະຫານແລ້ວ,ຂ້າພະເຈົ້າສະແດງຄວາມຊົມເຊີຍຕໍ່ພວກສະຫາຍ! ຫວັງວ່າພວກສະຫາຍສາມາດມີອຸດົມການຢ່າງເດັດດ່ຽວໜຽວແໜ້ນແລະເຮັດວຽກຢ່າງຫ້າວຫັນ, ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານແລະສູ້ຊົນຢ່າງຈູບຈ້າວຫ້າວຫັນໃນຄ້າຍທະຫານຂອງກອງທັບ,ກ້າວໄປຂ້າງໜ້າເພື່ອໃຫ້ໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ,ອຸທິດກຳລັງແຮງເຂົ້າໃນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ກອງທະຫານ.