ໄຂກອງປະຊຸມໂຕະມົນເອກອັກຄະລັດຖະທູດຂອງເວທີປຶກສາຫາລືຈີນກັບຂະບວນການໂລກາພິວັດຄັ້ງທີ 8 ຢູ່ຈີນ

2022-06-21 17:20:36 CRI


 ຕາມຂ່າວCRI: ວັນທີ 20 ມິຖຸນານີ້, ກອງປະຊຸມໂຕະມົນເອກອັກຄະລັດຖະທູດທີ່ມີຫົວຂໍ້ຫຼັກຄື: ການຟື້ນຟູຂອງທົ່ວໂລກໃນການແຜ່ລະບາດຂອງພະຍາດໂຄວິດ-19: ທ່ວງທ່າ, ສິ່ງທ້າທາຍແລະວິທີຮັບມື - ເຊິ່ງເປັນການປຶກສາຫາລືຄັ້ງໜຶ່ງໃນເວທີປຶກສາຫາລືຈີນກັບຂະບວນການໂລກາພິວັດຄັ້ງທີ 8 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ເອກອັກຄະລັດຖະທູດປະຈຳຈີນທີ່ມາຈາກ 20 ກວ່າອົງການຈັດຕັ້ງສາກົນແລະປະເທດເຊັ່ນ: ສະຫະພາບເອີຣົບ, ສະຫະພາບອາຟຣິກາ, ຝຣັ່ງ, ອີຕາລີ, ອິນໂດເນເຊຍ, ບຣາຊິນ, ອາຟຣິກາໃຕ້, ນູແວນເຊລັງແລະປະເທດອື່ນໆໄດ້ກ່າວຄຳປາໄສໃນກອງປະຊຸມ, ປຶກສາຫາລືກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງ, ເຊິ່ງເຫັນວ່າແຕ່ລະປະເທດແລະພາກພື້ນຄວນຮ່ວມມືກັນ, ສາມັກຄີຊ່ວຍເຫຼືອກັນ, ຊຸກຍູ້ການຟື້ນຟູແລະການພັດທະນາຂອງທົ່ວໂລກບົນພື້ນຖານການຍຶດໝັ້ນລັດທິຫຼາຍຝ່າຍແລະຂະບວນການໂລກາພິວັດ.

 


ເວທີປຶກສາຫາລືຈີນກັບຂະບວນການໂລກາພິວັດຄັ້ງທີ 8 ແມ່ນຈັດຂຶ້ນລະຫວ່າງວັນທີ 19 ຫາ 21 ມິຖຸນາ 2022 ນີ້ໂດຍຄັງປັນຍາຂະບວນການໂລກາພິວັດຫຼື CCG, ຜູ້ເຂົ້າຮ່ວມຍັງມີຜູ້ມີຄວາມຮູ້ຄວາມສາມາດໃນວົງການຕ່າງໆເຊັ່ນ: ອະດີດບຸກຄົນສຳຄັນທາງການເມືອງ, ເອກອັກຄະລັດຖະທູດຕ່າງປະເທດປະຈຳຈີນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນຜູ້ຊ່ຽວຊານທີ່ມີຊື່ສຽງຢູ່ທັງພາຍໃນແລະຕ່າງປະເທດທັງໝົດເກືອບ 100 ທ່ານໄດ້ປຶກສາຫາລືກ່ຽວກັບຫົວຂໍ້ສຳຄັນຕ່າງໆທີ່ກ່ຽວພັນເຖິງຈີນກັບຂະບວນການໂລກາພິວັດ.