ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຕາມເສັ້ນທາງລົດໄຟລາວ-ຈີນລື່ນກາຍ 7 ແສນໂຕນ

2022-06-22 17:00:24 CRI



ຕາມຂ່າວCRI: ວັນທີ 21 ມິຖຸນານີ້, ນັກຂ່າວໄດ້ຮັບຊາບຂໍ້ມູນຈາກດ່ານກວດກາການເຂົ້າອອກເມືອງບໍ່ຫານວ່າ, ນັບມາຮອດວັນທີ 20 ມິຖຸນານີ້, ເຈົ້າໜ້າທີ່ປະຈຳດ່ານເຂົ້າອອກເມືອງຂອງເສັ້ນທາງລົດໄຟສະຖານີບໍ່ຫານໄດ້ກວດກາຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນທັງໝົດ 1131 ຂະບວນ 31.431 ຕູ້, ຂະບວນພິເສດສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ54 ຂະບວນ 528 ຕູ້, ມີປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 740.000 ໂຕນ, ໃນນັ້ນມີສິນຄ້າສົ່ງອອກ 217.000 ໂຕນ, ມີສິນຄ້ານຳເຂົ້າ 523.000 ໂຕນ.

 

ໃນເວລາເສັ້ນທາງລົດໄຟລາວ-ຈີນຮັບໃຊ້ການຄ້າລະຫວ່າງສອງປະເທດລາວ-ຈີນ, ພ້ອມທັງໄດ້ສະໜອງຮູບແບບການຂົນສົ່ງທີ່ໃໝ່ອ່ຽມໃຫ້ແກ່ການຄ້າຜະລິດຕະພັນກະສິກຳລະຫວ່າງຈີນ-ໄທ, ຕົ້ນທຶນການຂົນສົ່ງຜະລິດຕະພັນກະສິກຳໄທຕາມເສັ້ນທາງລົດໄຟລາວ-ຈີນຜ່ານແດນລາວເຂົ້າສູ່ຈີນໄດ້ຫຼຸດລົງເກືອບເຄິ່ງໜຶ່ງເມື່ອທຽບໃສ່ຮູບແບບການຂົນສົ່ງແບບດັ້ງເດີມ. ປັດຈຸບັນນີ້, ຕາໜ່າງການຂົນສົ່ງຂອງລົດໄຟລາວ-ຈີນໄດ້ຂະຫຍາຍໄປຮອດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປແລະປະເທດຕ່າງໆລຽບຕາມ ໜຶ່ງແລວໜຶ່ງເສັ້ນທາງ.