“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 10: ການຕີລາຄາໃນດ້ານຕ່າງໆຂອງທ່ານສີຈິ້ນຜິງຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງ

2022-06-22 14:09:13 cri

ເດືອນພຶດສະພາປີ 1985, ທ່ານສີຈິ້ນຜິງໄດ້ຮັບການຊັບຊ້ອນອອກຈາກເມືອງເຈີ້ງຕິ້ງໄປເຮັດວຽກຢູ່ບ່ອນອື່ນ.  ພະນັກງານຫຼາຍໆຄົນທີ່ເຄີຍເຮັດວຽກນຳກັນກັບທ່ານສີຈິ້ນຜິງຢູ່ຄະນະພັກເມືອງເຈີ້ງຕິ້ງໄດ້ຄົ້ນຄຶດມາໂດຍຕະຫຼອດວ່າ: ເລຂາຄະນະພັກເມືອງຜູ້ໜຸ່ມທີ່ເປັນຄົນປະຢັດມັດທະຍັດ ບໍ່ຖືການກິນການນຸ່ງ,ບໍ່ອວດອົ່ງຖືຕົວ, ເປັນຫຍັງເພິ່ນຈິ່ງມີອິດທິພົນສູງແລະໄດ້ຮັບຄວາມເຊື່ອໝັ້ນຈາກພະນັກງານແລະປະຊາຊົນ? ເມື່ອເພິ່ນອອກຈາກເມືອງເຈີ້ງຕິ້ງໄປໄດ້ຫຼາຍປີແລ້ວ,ເປັນຫຍັງພະນັກງານແລະປະຊາຊົນທ້ອງຖິ່ນຍັງຈື່ເພິ່ນບໍ່ລືມຈັກເທື່ອ?

 



ປີ1983,ທ່ານສີຈິ້ນຜິງຢູ່ໃນຫ້ອງການເມືອງເຈິ້ງຕິ້ງ
 

ປີ 1988, ທ່ານວາງຢູ້ຖິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເມືອງເຈີ້ງຕິ້ງ, ທ່ານຫວນຄືນວ່າ: ທ່ານສີຈິ້ນຜິງດຳລົງຕຳແໜ່ງການນຳຢູ່ເມືອງເຈີ້ງຕິ້ງເປັນເວລາ 3 ປີປາຍ, ເຊິ່ງໄດ້ສ້າງພື້ນຖານທີ່ດີໃຫ້ແກ່ການພັດທະນາຂອງເມືອງເຈີ້ງຕິ້ງ. ພາຍຫຼັງຂຶ້ນດຳລົງຕຳແໜ່ງແລ້ວ, ໂດຍລວມແລ້ວ, ຕົນໄດ້ບໍລິຫານວຽກງານທຸກດ້ານຂອງເມືອງເຈີ້ງຕິ້ງຕາມແລວຄວາມຄິດຂອງທ່ານສີຈິ້ນຜິງ.

ໃນຊຸດຝຶກອົບຮົມສຳລັບເລຂາຄະນະພັກເມືອງທົ່ວແຂວງເຫີເປີຍ ທີ່ໂຮງຮຽນທິດສະດີພັກແຂວງເຫີເປີຍຈັດຂຶ້ນເມື່ອ ປີ 1989 ແລະປີ 1990,ຄະນະນຳເມືອງເຈີ້ງຕິ້ງໄດ້ແນະນຳບົດຮຽນຂອງເມືອງຕົນໃນການດ້ານການກໍ່ສ້າງອົງການຈັດຕັ້ງຂັ້ນຮາກຖານແລະບົດຮຽນບໍລິຫານວຽກງານຂອງຄະນະນຳຄະນະພັກເມືອງໃຫ້ເມືອງຕ່າງໆໃນທົ່ວແຂວງຮັບຊາບເພື່ອນຳໄປປະຕິບັດໃນເມືອງຂອງຕົນຕາມຄວາມເໝາະສົມ. ທ່ານວາງຢູ້ຖິງເວົ້າໂດຍກົງວ່າ: ທີ່ແທ້, ບົດຮຽນເຫຼົ່ານີ້ລ້ວນແຕ່ແມ່ນທ່ານສີຈີ້ນຜິງສ້າງຂຶ້ນຫຼືເກີດມາຈາກແຮງບັນດານໃຈຂອງທ່ານ.ຕອນທີ່ທ່ານສີຈິ້ນຜິງເຮັດວຽກຢູ່ເມືອງເຈີ້ງຕິ້ງ,  ເປັນໄລຍະທີ່ຄະນະນຳເມືອງມີຄວາມສາມັກຄີປະສານງານໄດ້ດີທີ່ສຸດ ທັງເປັນໄລຍະທີ່ພະນັກງານທົ່ວເມືອງມີຄວາມຫ້າວຫັ້ນໝັ້ນໃຈໃນການປະຕິບັດໜ້າທີ່ວຽກງານຫຼາຍທີ່ສຸດ, ທຸກຄົນຕ່າງກໍເຮັດວຽກຢ່າງຫ້າວຫັນຈົດຈໍ່ເພື່ອພັດທະນາເສດຖະກິດໂດຍບໍ່ມີແນວຄິດຫຍໍ້ທໍ້ແມ່ນແຕ່ໜ້ອຍດຽວ, ລ້ວນແຕ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ບໍ່ມີຜູ້ໃດສ້າງກຸ່ມນ້ອຍຂອງຕົນ, ບໍ່ມີໃຜຈົ່ມຢູ່ເບື້ອງຫຼັງ. ເປັນຫຍັງທ່ານສີຈິ້ນຜິງຈຶ່ງເຮັດໄດ້ແນວນີ້ແທ້?

ທ່ານວາງຢູ້ຖິງກ່າວວ່າ: “ຂ້າພະເຈົ້າເຫັນວ່າທ່ານສີຈິ້ນຜິງໄດ້ທຸ້ມເທເຫື່ອແຮງຈິດໃຈແລະສະຕິປັນຍາທັງໝົດຂອງຕົນເຂົ້າໃນການປະຕິບັດໜ້າທີ່ວຽກງານເພື່ອການພັດທະນາຂອງເມືອງເຈີ້ງຕິ້ງ, ເປັນຜູ້ຊື່ກົງບໍລິສຸດແລະຂາວສະອາດ,ບໍ່ມີຄວາມເຫັນແກ່ຕົວແມ່ນແຕ່ໜ້ອຍດຽວ,ແນ່ນອນແລ້ວ, ຜູ້ທີ່ເຮັດວຽກນຳກັນ ກໍໄດ້ຮັບອິດທິພົນຈາກເພິ່ນ ໂດຍບໍ່ເຄີຍຄິດທີ່ຈະໄປເຮັດສິ່ງທີ່ບໍ່ດີ.

ໃນສາຍຕາຂອງທ່ານເສີງປາວຮວຍ ເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນ, ຈຸດເດັ່ນຂອງທ່ານສີຈິ້ນຜິງໃນດ້ານການປະພຶດຕົວແລະການເຮັດວຽກກໍຄື ທ່ານສາມາດເຂັ້ມງວດຕໍ່ຕົວເອງໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດຄຸນສົມບັດແລະມີຄວາມເປັນເອກະພາບກັນໃນດ້ານການເວົ້າແລະການກະທຳ. ເພື່ອສ້າງສາພັດທະນາເມືອງເຈີ້ງຕິ້ງໃຫ້ຈະເລີນກ້າວໜ້າ, ທ່ານໄດ້ນຳໜ້າບຸກບືນສູ້ຊົນເຮັດວຽກແລະມີສ່ວນຮ່ວມທຸກຄັ້ງ, ເມື່ອເຮັດວຽກໃດກໍບໍ່ໄດ້ເວົ້າແຕ່ສິ່ງທີ່ດີງາມລ້າໆ, ຫາກແມ່ນເຮັດແທ້ທຳຈິງ,ເຮັດສິ່ງໃດກໍສຳເລັດສິ່ງນັ້ນ.

ທ່ານຈ່າງອູຜູ ເລຂາຄະນະກວດກາວິໄນຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນໄດ້ຫວນຄືນວ່າ: ຢູ່ໃນຫ້ອງການຂອງສະຫາຍສີຈິ້ນຜິງແມ່ນເຕັມໄປດ້ວຍເອກະສານແລະປຶ້ມ. ທ່ານໄດ້ອ່ານປຶ້ມຢ່າງຫຼວງຫຼາຍ, ອ່ານແລ້ວກໍຈື່ໄດ້ດີ ຖືວ່າມີຄວາມຈຳດີທີ່ສຸດ. ທ່ານມັກຊອກຮູ້ຮ່ຳຮຽນ, ແຕ່ທ່ານບໍ່ໄດ້ຮຽນສະເພາະແຕ່ຄວາມຮູ້ຈາກປຶ້ມເທົ່ານັ້ນ, ທ່ານຍັງເອົາໃຈໃສ່ການຮ່ຳຮຽນຈກາການປະຕິບັດຕົວຈິງ, ຈາກການສຳຫຼວດແລະຄົ້ນຄວ້າເພື່ອໄດ້ຮັບຄວາມຮູ້ແລະບົດຮຽນໃຫ້ຫຼາຍກວ່າເກົ່າ.

ທ່ານສີຈິ້ນຜິງຊ່າງນຳໃຊ້ໂອກາດຕ່າງໆເພື່ອຮັບເອົາສິ່ງໃໝ່ໆ, ຮັບຮູ້ການປ່ຽນແປງທຸກຢ່າງຂອງຈີນກໍຄືຂອງໂລກ, ໂດຍສະເພາະແມ່ນເອົາໃຈໃສ່ທ່າອ່ຽງໃໝ່ຂອງ ການພັດທະນາດ້ານເສດຖະກິດແລະວິທະຍາສາດເຕັກໂນໂລຊີ. ຈິດໃຈຕິດແທດຕົວຈິງ ແລະສາຍຕາທີ່ມີຍຸທະສາດເບິ່ງກວ້າງມອງໄກຂອງທ່ານໄດ້ມີສ່ວນເສີມສ້າງຄວາມສາມາດທີ່ບໍ່ທຳມະດາ. ໃນເວລານັ້ນ, ທ່ານເປັນພຽງແຕ່ເລຂາຄະນະພັກເມືອງເທົ່ານັ້ນ, ແຕ່ວ່າສາຍຕາຂອງທ່ານບໍ່ໄດ້ສຸມໃສ່ແຕ່ເລື່ອງໃຫຍ່ເລື່ອງນ້ອຍຂອງເມືອງເທົ່ານັ້ນ, ແຕ່ໄດ້ກຳນົດເອົາເມືອງເຈີ້ງຕິ້ງເປັນຈຸດທົດລອງແຫ່ງໜຶ່ງຂອງຊົນນະບົດຈີນເພື່ອນຳເອົາແນວຄວາມຄິດໃນໃຈຂອງຕົນໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳເພື່ອໃຫ້ໄດ້ຮັບປະສິດທິຜົນຕົວຈິງ.

ຈາກເລຂາຄະນະພັກເມືອງເຈີ້ງຕິ້ງຮອດ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານປະເທດຈີນ, ຫຼາຍສິບປີຜ່ານມາ, ທ່ານສີຈິ້ນຜິງໄດ້ຍຶດໝັ້ນອຸດດົມການແຕ່ຫົວທີຢ່າງສະເໝີຕົ້ນສະເໝີປາຍ. ຄວາມຈິງໃຈ, ຄວາມຕິດແທດຕົວຈິງ, ລຽບງ່າຍ ຂອງທ່ານ, ຈິດໃຈຮັບໃຊ້ປະຊາຊົນຢ່າງສຸດໃຈຂອງທ່ານ, ຈິດໃຈບຸກເບີກສູ້ຊົນເພື່ອຄວາມກ້າວໜ້າ, ຄວາມອົງອາດກ້າຫານໃນການປະຕິຮູບ, ມົນສະເໜ່ດ້ານບຸກຄະລິກທີ່ໃຫ້ຄວາມສຳຄັນແກ່ຄວາມຮັກແພງລະຫວ່າງຄົນກັບຄົນ, ແລວຄວາມຄິດການເຮັດວຽກຕາມຫຼັກວິທະຍາສາດ, ທັກສະການນຳພາທີ່ຍອດຢ້ຽມຂອງທ່ານສີຈິ້ນຜິງ ທັງໝົດນີ້ລ້ວນແຕ່ໄດ້ຝັງເລິກໃນຈິດໃຈຂອງພະນັກງານແລະປະຊາຊົນທົ່ວເມືອງເຈີ້ງຕິ້ງ. ຄວາມຮັກແພງຢ່າງດູດດື່ມຕໍ່ເມືອງເຈີ້ງຕິ້ງທີ່ບໍ່ສາມາດຕັດຂາດຈາກທ່ານສີຈິ້ນຜິງ