ໄຂກອງປະຊຸມພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສ໌ຄັ້ງທີ 14 ທ່ານສີຈິ້ນຜິງເປັນປະທານກອງປະຊຸມແລະກ່າວຄຳປາໄສທີ່ສຳຄັນ

2022-06-24 14:23:35 CRI


     ຕອນຄ່ຳວັນທີ 23 ມິຖຸນາປີ 2022 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານກອງປະຊຸມພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສ໌ຄັ້ງທີ 14 ຢູ່ນະຄອນຫຼວງປັກກິ່ງຜ່ານທາງວິດີໂອ. ທ່ານຊີຣິວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້, ທ່ານແຈຣ ໂບໂຊນາໂຣ ປະທານາທິບໍດີບຣາຊິນ, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະທ່ານນາເຣນດຣາ ມໍດີ ນາຍົກລັດຖະມົນຕີອິນເດຍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.


     ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທີ່ສຳຄັນໂດຍປິ່ນອ້ອມຫົວຂໍ້ ສ້າງການພົວພັນຄູ່ຮ່ວມມືທີ່ມີຄຸນນະພາບສູງ ເປີດປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືລະຫວ່າງບັນດາປະເທດບຣິກສ໌.


     ຜູ້ນຳບັນດາປະເທດທີ່ຮ່ວມປະຊຸມໄດ້ສະແດງຄວາມຂອບໃຈນຳຝ່າຍຈີນທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະຄັ້ງນີ້ ແລະໄດ້ທຳຄວາມພະຍາຍາມເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດບຣິກສ໌ ໂດຍເຫັນວ່າ: ພາຍໃຕ້ສະຖານະການສາກົນທີ່ເຕັມໄປດ້ວຍປັດໄຈທີ່ບໍ່ແນ່ນອນ, ບັນດາປະເທດບຣິກສ໌ຄວນເພີ່ມທະວີຄວາມສາມັກຄີກັນ, ສົ່ງເສີມຈິດໃຈບຣິກສ໌, ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ໝັ້ນຄົງກວ່າເກົ່າ, ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆ, ຍົກສູງການຮ່ວມມືລະຫວ່າງບັນດາປະເທດບຣິກສ໌ໃຫ້ຂຶ້ນສູ່ລະດັບໃໝ່ ແລະເສີມຂະຫຍາຍບົດບາດໃຫຍ່ກວ່າເກົ່າໃນວຽກງານສາກົນ.



     ຜູ້ນຳຂອງ 5 ປະເທດໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືໃນທຸກຂົງເຂດລະຫວ່າງບັນດາປະເທດບຣິກສ໌ ພ້ອມດ້ວຍບັນຫາສຳຄັນຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ໂດຍປິ່ນອ້ອມຫົວຂໍ້“ສ້າງການພົວພັນຄູ່ຮ່ວມມືທີ່ມີຄຸນນະພາບສູງ, ຮ່ວມກັນສ້າງຍຸກໃໝ່ແຫ່ງການພັດທະນາຂອງໂລກ”, ແລະໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຫຼາຍປະການ.