ຈະຫຼວດດຽວສົ່ງດາວທຽມ 3 ໜ່ວຍຂອງຈີນໄດ້ຍິງສົ່ງດາວທຽມເກັບກຳຂໍ້ມູນທາງໄກຊຸດ 02 ເລກ 35 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-06-24 17:14:04 CRI

 

ຕາມຂ່າວCRI: ໃນເວລາ 10 ໂມງ 22 ນາທີຂອງວັນທີ 23 ມິຖຸນານີ້, ຢູ່ສູນຍິງສົ່ງດາວທຽມສີ່ຊາງ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 2D ສົ່ງດາວທຽມເກັບກຳຂໍ້ມູນທາງໄກຊຸດ 02 ເລກ 35 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຮູບແບບຈະຫຼວດສົ່ງດາວທຽມ 3 ໜ່ວຍ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ໜ້າທີ່ການຍິງສົ່ງຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ດາວທຽມຊຸດນີ້ຕົ້ນຕໍແມ່ນນຳໃຊ້ເຂົ້າໃນການທົດລອງວິທະຍາສາດ, ການສຳຫຼວດຊັບພະຍາກອນທີ່ດິນຂອງຈີນໂດຍທົ່ວໄປ, ການປະເມີນຜົນການຜະລິດກະສິກຳ, ການປ້ອງກັນແລະຫຼຸດຜ່ອນໄພພິບັດແລະຂົງເຂດອື່ນໆ.

 

ການຍິງສົ່ງຄັ້ງນີ້ແມ່ນການປະຕິບັດງານຄັ້ງທີ 424 ຂອງຈະຫຼວດສົ່ງຍານລະບົບຊາງເຈິ່ງ.