ນາຍົກສິງກະໂປກ່າວວ່າ:ປະເທດຕ່າງໆຄວນທຳຄວາມພະຍາຍາມໂດຍມຸ່ງໜ້າສູ່ໂລກາວິວັດທີ່ມີຄວາມໝັ້ນໜຽວຫຼາຍກວ່າເກົ່າ

2022-06-25 11:22:53 CRI


     ວັນທີ 24 ມິຖຸນານີ້, ໃນເວລາກ່າວຄຳປາໄສໃນກອງປະຊຸມຫົວໜ້າລັດຖະບານເຄືອຈັກກະພົບອັງກິດ, ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປກ່າວວ່າ,ເຖິງວ່າການຮ່ວມມືຫຼາຍຝ່າຍທົ່ວໂລກເປັນເສັ້ນທາງຫຍຸ້ງຍາກກວ່າກໍຕາມ,ແຕ່ປະເທດຕ່າງໆບໍ່ຄວນປະລະການສະແຫວງຫາການຮ່ວມມືດ້ານເສດຖະກິດ ແລະ ການເພີ່ງພາອາໄສເຊິ່ງກັນແລະກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຄວນທຳຄວາມພະຍາຍາມໂດຍມຸ່ງໜ້າສູ່ໂລກກາວິວັດທີ່ມີຄວາມໝັ້ນໜຽວຫຼາຍກວ່າເກົ່າ.


    ທ່ານລີຊຽນລົງກ່າວຕື່ມວ່າ, ວິກິດການພະຍາດໂຄວິດ-19 ຍັງບໍ່ໄດ້ສິ້ນສຸດລົງ.ທ່ານສະເໜີໃຫ້ປະເທດຕ່າງໆເພີ່ມທະວີການຮ່ວມມືໃນສອງດ້ານ ຄື:


     ໜຶ່ງ, ໃນດ້ານຕອງໂສ້ການສະໜອງ ແລະ ໂລກາວິວັດ, ທ່ານລີຊຽນລົງກ່າວວ່າ, ການແຜ່ລະບາດພະຍາດໂຄວິດ-19 ໄດ້ເຜີຍໃຫ້ຮູ້ຄວາມສັບສົນ ແລະ ຄວາມອ່ອນແອຂອງຕອງໂສ້ການສະໜອງທົ່ວໂລກ. ປະເທດຕ່າງໆຄວນພະຍາຍາມເພື່ອບັນລຸຮູບການໂລກາວິວັດທີ່ມີຄວາມໝັ້ນໜຽວຫຼາຍກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດພາກພື້ນ.


    ສອງ, ໃນດ້ານຄວາມສາມາດປ້ອງກັນພະຍາດແຜ່ລະບາດທົ່ວໂລກ, ທ່ານລີຊຽນລົງຊີ້ອອກວ່າ, ການແຜ່ລະບາດພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນວ່າທົ່ວໂລກຍັງຂາດເຂີນກົນໄກຮັບມືກັບບັນຫາ ໂດຍສະເພາະແມ່ນການຕິດຕາມສະພາບແຜ່ລະບາດຂອງເຊື້ອພະຍາດ ພ້ອມດ້ວຍການສະໜອງການຊ່ວຍເຫຼືອຕໍ່ປະເທດທີ່ພວມພັດທະນາ. ທ່ານລີຊຽນລົງຮຽກຮ້ອງໃຫ້ເລີ່ມເສີມສ້າງຄວາມສາ
ມາດຮັບມືນັບແຕ່ປັດຈຸບັນ.