ອີຣານ ແລະສະຫະພາບເອີຣົບປະກາດຈະຈັດການເຈລະຈາກ່ຽວກັບບັນຫານິວ ເຄລຍຂອງອີຣານຄືນໃໝ່ພາຍໃນອີກຫຼາຍມື້ບໍ່ດົນ

2022-06-26 15:27:46 cri

ວັນທີ 25 ມິຖຸນານີ້, ທ່ານໂຮເຊັນ ອາເມີ ອັບດູນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ແລະທ່ານໂຈເຊັບ ໂບເຣນ ຜູ້ຕາງໜ້າຂັ້ນສູງວຽກງານການຕ່າງປະເທດ ແລະນະໂຍບາຍຄວາມໝັ້ນຄົງສະຫະພາບເອີຣົບ ໄດ້ປະກາດຢູ່ທີ່ນະຄອນຫຼວງເຕເຮຣານ ປະເທດອີຣານວ່າ: ການເຈລະຈາລະຫວ່າງຝ່າຍຕ່າງໆ ທີ່ກ່ຽວຂ້ອງກັບສັນຍາຮອບດ້ານວ່າດ້ວຍບັນຫານິວເຄລຍຂອງອີຣານ ຈະຈັດຂຶ້ນຄືນໃໝ່ພາຍໃນອີກຫຼາຍມື້ບໍ່ດົນ.

ມື້ດຽວກັນ, ທ່ານໂຮເຊັນ ອາເມີ ອັບດູນລາຮຽນ ໄດ້ພົບປະກັບທ່ານໂຈເຊັບ ໂບເລນ ທີ່ກຳລັງຢ້ຽມຢາມອີຣານ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງການພົບປະດັ່ງກ່າວ, ທ່ານໂຮເຊັນ ອາເມີ ອັບດູນລາຮຽນ ກ່າວວ່າ: ສອງຝ່າຍໄດ້ພົບປະເຈລະຈາກັນຢ່າງລະອຽດ ແລະເລິກເຊິ່ງກ່ຽວກັບການຈັດການເຈລະຈາບັນຫານິວເຄລຍຄືນໃໝ່ ເພື່ອກຽມຈະທັບມ້າງສະພາບທີ່ບໍ່ໄປບໍ່ມາ. ທ່ານໂຈເຊັບ ໂບເຣນ ກ່າວວ່າ: ຄາດວ່າການເຈລະຈາກ່ຽວກັບບັນຫານິວເຄລຍຂອງອີຣານຈະຈັດຂຶ້ນຄືນໃໝ່ພາຍໃນອີກຫຼາຍມື້ບໍ່ດົນ ພ້ອມທັງຈະທັບມ້າງສະພາບທີ່ບໍ່ໄປບໍ່ມາ. ຝ່າຍຕ່າງໆຄວນຈັດການເຈລະຈາຄືນໃໝ່ໂດຍໄວ ເພື່ອ “ແກ້ໄຂບັນຫາທີ່ຄົງຄ້າງໃນຂັ້ນສຸດທ້າຍ”.