ເຄື່ອງຊ່ວຍເຫຼືອທີ່ຈີນສະໜອງໃຫ້ອັຟການີສະຖານຊຸດທຳອິດຈະຂົນສົ່ງໂດຍຍົນເໝົາລຳໃນວັນທີ 27 ມິຖຸນານີ້

2022-06-26 14:43:10 ​ຊີ​ອາ​ໄອ

ຫວ່າງມໍ່ໆນີ້ ລັດຖະບານຈີນຕົກລົງໃຫ້ການຊ່ວຍເຫຼືອສຸກເສີນແບບມະນຸດສະທຳໃຫ້ອັຟການີສະຖານຍ້ອນອັຟການີສະຖານເກີດແຜ່ນດິນໄຫວ. ວັນທີ 25 ມິຖຸນານີ້ ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບຄວາມຄືບໜ້າກ່ຽວກັບວຽກງານຊ່ວຍເຫຼືອທີ່ກ່ຽວຂ້ອງ ໂດຍກ່າວວ່າ, ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອັຟການີສະຖານໃນວັນທີ 22 ມິຖຸນານີ້ ແມ່ນແຜ່ນດິນໄຫວຮຸນແຮງທີ່ສຸດທີ່ເກີດຂຶ້ນຢູ່ອັຟການີສະຖານໃນຮອບ 20 ກວ່າປີຜ່ານມາ, ໄດ້ເຮັດໃຫ້ຜູ້ເສຍຊີວິດຢ່າງໜ້ອຍ 1500, ບາດເຈັບ 2000 ກວ່າຄົນບາດເຈັບ, ເຮືອນ 3000 ກວ່າຫຼັງພັງທະລາຍ, ຈຳນວນຜູ້ເສຍຊີວິດແລະບາດເຈັບຍັງພວມເພີ່ມຂຶ້ນຢູ່. ພາຍຫຼັງເກີດໄພແຜ່ນດິນໄຫວແລ້ວ, ລັດຖະບານຈີນຕົກລົງໃຫ້ການຊ່ວຍເຫຼືອສຸກເສີນແບບມະນຸດສະທຳໃນມູນຄ່າ 50 ລ້ານຢວນ ເຊິ່ງລວມມີ ຕູບຜ້າເຕັ້ນ, ຜ້າຫົ່ມ, ຕຽງພັບແລະອື່ນໆທີ່ປະຊາຊົນອັຟການີສະຖາຜູ້ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຄັ້ງນີ້ຕ້ອງການໂດຍດ່ວນ, ເຊິ່ງເຄື່ອງຊ່ວຍເຫຼືອຊຸດທຳອິດຈະຖືກຂົນສົ່ງໄປອັຟການີສະຖານດ້ວຍຍົນເໝົາລຳໃນວັນທີ 27 ມິຖຸນານີ້. ຕໍ່ໄປ ຈີນຍັງຈະປະສານສົມທົບກັບລັດຖະບານຊົ່ວຄາວຂອງອັຟການີສະຖານ ເພື່ອຮັບປະກັນໃຫ້ເຄື່ອງຊ່ວຍເຫຼືອດັ່ງກ່າວຖືກສົ່ງໄປຮອດປະຊາຊົນອາຟການີສະຖານຜູ້ທີ່ຕ້ອງການຢ່າງທັນການ, ຊ່ວຍປະຊາຊົນທ້ອງຖີ່ນຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.