ທີມຊາດຈີນໄດ້ຮັບ 4 ຫຼຽນຄຳ ແລະ 2 ຫຼຽນທອງໃນລາຍການແຂ່ງຂັນລອຍນ້ຳລີລາໃນງານແຂ່ງຂັນລອຍນ້ຳໂລກຂອງ FINA

2022-06-26 15:34:49 cri


ຕອນຄ່ຳວັນທີ 25 ມິຖຸນານີ້, ລາຍການແຂ່ງຂັນລອຍນ້ຳລີລາໃນງານແຂ່ງຂັນລອຍນ້ຳໂລກຂອງສະຫະພັນລອຍນ້ຳສາກົນ ຫຼື FINA ປີ 2022 ໄດ້ເຂົ້າສູ່ມື້ສຸດທ້າຍແລ້ວ. ທີມຊາດຈີນໄດ້ຮັບ 4 ຫຼຽນຄຳ ແລະ 2 ຫຼຽນທອງໃນລາຍການແຂ່ງຂັນລອຍນ້ຳລີລາ, ເປັນປະເທດທີ່ໄດ້ຮັບຈຳນວນຫຼຽນລາງວັນຫຼາຍທີ່ສຸດໃນລາຍການແຂ່ງຂັນລອຍນ້ຳລີລາ. ໃນງານແຂ່ງຂັນລອຍນ້ຳໂລກຂອງ FINA ໃນຄັ້ງນີ້, ທີມຊາດຈີນໄດ້ຮັບຫຼຽນລາງວັນໃນທຸກລາຍການທີ່ຕົນສະໝັກເຂົ້າຮ່ວມ ເຊິ່ງເປັນຜົນງານທີ່ດີທີ່ສຸດໃນປະຫວັດສາດຂອງທີມຊາດຈີນໃນງານແຂ່ງຂັນດັ່ງກ່າວ.