ຂົວປັດມາບັງກະລາເດັດທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງນັ້ນເລີ່ມບໍລິການເປັນທາງການ

2022-06-26 13:29:18 ​ຊີ​ອາ​ໄອ

ວັນທີ 25 ມິຖຸນານີ້ ຂົວປັດມາບັງກະລາເດັດທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງນັ້ນໄດ້ຈັດພິທີເລີ່ມບໍລິການເປັນທາງການ.

ໃນພິທີດັ່ງກ່າວ, ທ່ານນາງເຊເຮ ຮາຊີນານາຍົກລັດຖະມົນຕີບັງກະລາເດັດກ່າວໃນພິທີດັ່ງກ່າວວ່າ, ຂົວປັດມາຈະກາຍເປັນສູນຄົມະນາຄົມທີ່ສຳຄັນທີ່ສຸດສຳລັບທີ່ຕິດຕໍ່ນະຄອນຫຼວງດາກາໄປສູ່ 21 ເຂດແຄວ້ນທາງພາກໃຕ້ຂອງປະເທດບັງກະລາ, ຈະປະກອບສ່ວນໃຫ້ GDPຂອງທົ່ວປະເທດບັງກະລາເດັດເຖິງ 1,23% ຕໍ່ປີ, ພ້ອມທັງຈະຫຼຸດອັດຕາຄວາມທຸກຍາກໃຫ້ລົງເຖິງ 0,84%. ສ່ວນເຂດເສດຖະກິດ ແລະເຂດນິຄົມວິທະຍາສາດເຕັກນິກສູງແຫ່ງໃໝ່ຈະສ້າງຂຶ້ນຢູ່ເຂດທີ່ຖືກຂົວດັ່ງກ່າວເປັນຈຸດໃຈກາງ, ເຊິ່ງຈະດຶງດູດການລົງທຶນທັງພາຍໃນແລະຕ່າງປະເທດຫຼາຍກວ່າເກົ່າ, ແລະຈະເຮັດໃຫ້ການຫັນເປັນອຸດສາຫະກຳຂອງປະເທດເລັ່ງໄວຂຶ້ນ.

ທ່ານນາງຮາຊີນາກ່າວຕື່ມວ່າ, ຂົວປັດມາແມ່ນພາກສ່ວນສຳຄັນທີ່ຕິດຕໍ່ຫາເຄືອຂ່າຍທາງຫຼວງອາຊີ, ເຊິ່ງຈະເກີດມີບົດບາດມະຫາສານໃນການຊຸກຍູ້ການຄ້າໃນພາກພື້ນ.

ຂົວປັດມາຕັ້ງຢູ່ນະຄອນຫຼວງດາກາໄປທາງທິດຕາເວັນຕົກສຽງໃຕ້ປະມານ 40 ກິໂລແມັດ, ລວມຍາວ 9,8 ກິໂລແມັດ, ຂົວຫຼັກຍາວ 6,15 ກິໂລແມັດ ສ້າງສະຖິຕິໂຄງການຂົວທີ່ມີຂະໜາດໃຫຍ່ທີ່ສຸດທີ່ວິສາຫະກິດຈີນຊ່ວຍຣັບເໝົາກໍ່ສ້າງຢູ່ຕ່າງປະເທດ.