G7ຈະຮ່ວມກັນຫ້າມນຳເຂົ້າຄຳຈາກຣັດເຊຍ

2022-06-27 15:05:41 cri


   ວັນທີ26ມິຖຸນານີ້ຕາມເວລາທ້ອງຖິ່ນ,ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວວ່າ: ອາເມຣິກາແລະສະມາຊິກກຸ່ມ7ປະເທດຈະຮ່ວມກັນຫ້າມນຳເຂົ້າຄຳຈາກຣັດເຊຍ.

   ຄຳເປັນສິນຄ້າສົ່ງອອກທີ່ບໍ່ແມ່ນພະລັງງານທີ່ໃຫຍ່ກວ່າໝູ່ຂອງຣັດເຊຍ. ມື້ດຽວກັນ ທຳນຽບນາຍົກລັດຖະມົນຕີອັງກິດແຈ້ງໃຫ້ຮູ້ວ່າ: ຈະປະຕິບັດມາດຕະການລົງໂທດທີ່ເຂັ້ມງວດກວ່າເກົ່າຕໍ່ຣັດເຊຍໃນກອງປະຊຸມສຸດຍອດG7.

   ລອນດອນເປັນສູນການຄ້າຂາຍຄຳຕົ້ນຕໍຂອງທົ່ວໂລກ,ອັງກິດຈະແມ່ນປະເທດທຳອິດໃນໂລກທີ່ທຳການລົງໂທດແບບນີ້ໂດຍແນໃສ່ຣັດເຊຍ.