ກອງປະຊຸມສຸດຍອດກຸ່ມ G7 ຈັດຂຶ້ນຢູ່ເຢຍລະມັນ

2022-06-27 12:07:04 CRI


  ວັນທີ 26 ມິຖຸນານີ້, ກອງປະຊຸມສຸດຍອດກຸ່ມ G7 ຢູ່ເມືອງເອວມາວ ລັດບາວາເລຍຂອງເຢຍລະມັນ ແລະ ຈະດຳເນີນໄປເປັນເວລາ 3 ວັນ. ເຢຍລະມັນເປັນປະເທດປະທານໝູນວຽນຂອງກຸ່ມ G7 ປີ 2022. ສະຖານະການຣັດເຊຍ-ອູແກຣນຈະແມ່ນຫົວຂໍ້ສຳຄັນຂອງກອງປະຊຸມສຸດຍອດເທື່ອນີ້, ພ້ອມກັນນັ້ນ, ກອງປະຊຸມຍັງຈະຫາລືບັນຫາຕ່າງໆ ເຊັ່ນ: ການປ້ອງກັນການປ່ຽນແປງຂອງດິນຟ້າອາກາດ ແລະ ວິກິດການດ້ານພະລັງງານເປັນຕົ້ນ.

 

  ໂລກພາຍນອກໂດຍທົ່ວໄປເຫັນວ່າ: ນັບແຕກຸ່ມ່ G7 ສ້າງຕັ້ງຂຶ້ນມາເປັນເວລາເກືອບ50 ປີແລ້ວ, ຍັງບໍ່ເຄີຍຜະເຊີນໜ້າກັບວິກິດການທີ່ໜັັກໜ່ວງ ແລະ ຂ້ຽວຂາດຫຼາຍ

ທີ່ສຸດຄືແນວນີ້, ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນຍັງສືບເນື່ອງຢູ່,ຄວາມໝັ້ນຄົງດ້ານທັນຍາຫານນັບມື້ນັບຜະເຊີນໜ້າກັບສິ່ງທ້າທາຍ, ໄພເງິນເຟີ້ທົ່ວໂລກນັບມື້ນັບຮ້າຍແຮງ, ເສດຖະກິດຟື້ນຟູບໍ່ມີຄວາມແນ່ນອນ.

 

   ກ່ອນຈັດກອງປະຊຸມສຸດຍອດ, ທ່ານໂອລັຟ ໂຊສ ນາຍົກລັດຖະມົນຕີເຢຍລະມັນກ່າວວ່າ, ດ້ານໜຶ່ງ ກອງປະຊຸມສຸດຍອດເທື່ອນີ້ ຈະອອກຂໍ້ຕົກລົງສຳຄັນ ດຳເນີນ“ການກະກຽມທີ່ຈຳເປັນ” ຈຳນວນໜຶ່ງ, ອີກດ້ານໜຶ່ງ, ທ່ານກ່າວຕື່ມວ່າ “ພວກເຮົາແກ້ໄຂບັນຫາທັງໝົດບໍ່ໄດ້ແນ່ນອນ” ເພື່ອຫຼຸດການຄອງຄອຍຂອງຫາງສຽງທີ່ມີຕໍ່ກອງປະຊຸມຄັ້ງນີ້ໃຫ້ໜ້ອຍລົງ.

 

   ນອກຈາກຜູ້ນຳ 7 ປະເທດ ຄື:ເຢຍລະມັນ, ອາເມຣິກາ, ຝຣັ່ງ, ອັງກິດ, ອີຕາລີ, ການາດາ ແລະ ຍີ່ປຸ່ນເຂົ້າຮ່ວມແລ້ວ, ກອງປະຊຸມສຸດຍອດເທື່ອນີ້ ເຢັຍລະມັນຍັງໄດ້ເຊື້ອເຊີນຜູ້ນຳອິນເດຍ, ອິນໂດເນເຊຍ, ອາຟຣິກກາໃຕ້, ເຊເນການ ແລະ ອາກຊັງຕິນເຂົ້າຮ່ວມຕື່ມອີກ.