ປະທານາທິບໍດີຕວກກີຈະພົບປະກັບຜູ້ນຳຊູແອັດ ແລະ ແຟງລັງກ່ອນຈັດກອງປະຊຸມສຸດຍອດນາໂຕ

2022-06-27 14:57:16 CRI


    ຂ່າວສານລອຍເຕີ ແລະ ວິທະຍຸເຢຍລະມັນລາຍງານວ່າ, ວັນທີ 26 ມິຖຸນານີ້, ທ່ານອິບຣາຮິມ ກາລີນ ໂຄສົກທຳນຽບປະທານາທິບໍດີຕວກກີກ່າວວ່າ,ທ່ານຣີເຊບ ຕາຢິບ ເອໂດກັນ ປະທານາທິບໍດີຕວກກີຈະຈັດການພົບປະກັບຜູ້ນຳຊູແອັດ ແຟງລັງ ພ້ອມທັງຜູ້ນຳນາໂຕຢູ່ນະຄອນຫຼວງມາດຣິດຂອງແອັດສະປາຍໃນວັນທີ 28 ມິຖຸນານີ້.


     ຫວ່າງມໍ່ໆມານີ້, ລັດຖະບານຕວກກີກ່າວເນັ້ນຫຼາຍເທື່ອວ່າ, ຖ້າຊູແອດ ແລະແຟັງລັງຢາກເຂົ້າເປັນສະມາຊິກນາໂຕຕ້ອງຢຸດເຊົາສະໜັບສະໜູນພັກກຳມະກອນຊາວເຄີດ ຫຼື KPP ແລະ ກອງປະກອບອາວຸດເຄີດທີ່ຢູ່ຊີຣີ ພ້ອມທັງຍົກເລີກຂໍ້ຈຳກັດການສົ່ງອອກເຄື່ອງອຸປະກອນປ້ອງກັນປະເທດຕໍ່ຕວກກີ.


ຂ່າວແຈ້ງໃຫ້ຮູ້ວ່າ,ກອງປະຊຸມສຸດຍອດນາໂຕຈະຈັດຂຶ້ນຢູ່ນະຄອນຫຼວງມາດຣິດລະຫວ່າງວັນທີ 29 ຫາວັນທີ 30 ມິຖຸນານີ້.