ຈີນຄັດຄ້ານການໃສ່ຮ້າຍປ້າຍສີຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຂໍ້ອ້າງການກໍ່ສ້າງພື້ນຖານໂຄງລ່າງ

2022-06-28 13:07:48 CRI


    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 27 ມິຖຸນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ອັນທີ່ເອີ້ນວ່າ ໜຶ່ງແລວໜຶ່ງເສັ້ນທາງ ສ້າງກັບດັກໜີ້ສິນແມ່ນຫົວຂໍ້ປອມແປງທັງໝົດ.


    ທ່ານຈ້າວລີ້ຈ່ຽນແນະນຳວ່າ, ນັບແຕ່ສະເໜີຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ເປັນເວລາ 9 ປີຜ່ານມານີ້, ຈີນໄດ້ປະຕິບັດຕາມຫຼັກການພ້ອມກັນຫາລື, ພ້ອມກັນກໍ່ສ້າງ ແລະ ພ້ອມກັນຊົມໃຊ້ມາໂດຍຕະຫຼອດໂດຍໄດ້ສ້າງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນໃນປະເທດທີ່ກ່ຽວຂ້ອງ.


    ອີງຕາມການຄາດຄະເນຂອງທະນາຄານໂລກໃຫ້ຮູ້ວ່າ, ຖ້າວ່າໂຄງການພື້ນຖານໂຄງລ່າງດ້ານຄົມມະນາຄົມພາຍໃຕ້ຂອບ ໜຶ່ງແລວໜຶ່ງເສັ້ນທາງ ສາມາດປະຕິບັດ
ໄດ້ທັງໝົດ ເມື່ອຮອດປີ 2030, ອາດຈະສ້າງຜົນປະໂຫຍດທີ່ມີມູນຄ່າ 1.600 ຕື້ໂດລາໃຫ້ທົ່ວໂລກ, ກວມ 1,3% ຂອງ GDP ທົ່ວໂລກ. ໃນນັ້ນ, 90%ຈະຊົມໃຊ້ໂດຍປະເທດເພື່ີອນມິດ, ປະເທດທີ່ມີລາຍຮັບຕ່ຳ ປະເທດທີ່ມີລາຍຮັບປານກາງ ຫາ ຕ່ຳຈະໄດ້ຮັບຜົນປະໂຫຍດຫຼາຍກວ່າຫມູ່. ນັບແຕ່ປີ 2015 ຫາປີ 2030 ຈະມີ 7 ລ້ານ 6 ແສນຄົນຫຼຸດພົ້ນຈາກຄວາມທຸກຍາກທີ່ສຸດ, 32 ລ້ານຄົນຈະຫຼຸດພົ້ນຈາກຄວາມທຸກຍາກລະດັບກາງຍ້ອນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ.


     ທ່ານຈ້າວລີ້ຈ່ຽນກ່າວເນັ້ນຫນັກວ່າ, ກ່ຽວກັບຂໍ້ລິເລີ່ໃໝ່ທີ່ສະເໜີໂດຍກຸ່ມ G7, ຈີນຍິນດີຕ້ອນຮັບຂໍ້ລິເລີ່ທັງຫມົດເພື່ອຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງຂອງໂລກມາໂດຍຕະຫຼອດ. ພວກຂ້າພະເຈົ້າເຫັນວ່າ, ລະຫວ່າງຂໍ້ລິເລີ່ມປເພດຕ່າງໆບໍ່ມີບັນຫາທີ່ເອົາມາແທນກັນ, ແຕ່ພວກຂ້າພະເຈົ້າຄັດຄ້ານການກະທຳທີ່ຊຸກຍູ້ກົນອຸບາຍທາງການເມືອງພາກພື້ນ ແລະ ໃສ່ຮ້າຍປ້າຍສີຕໍ່ຂໍ້ລິເລີ່ໜຶ່ງແລວໜຶ່ງເສັ້ນທາງ ດ້ວຍຂໍ້ອ້າງການກໍ່ສ້າງພື້ນຖານໂຄງລ່າງ. ຂ້າພະເຈົ້າໄດ້ສັງເກດເຫັນວ່າໃນເວລາ 1 ປີກ່ອນ, ຄືກັນ ໃນກອງປະຊຸມສຸດຍອດກຸ່ມ G7, ອາເມຣິກາໄດ້ສະເໜີອອກຂໍ້ລິເລີ່ມທີ່ກໍ່ສ້າງໂລກດີກວ່າເກົ່າຄືນໃໝ່ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຊຸກຍູ້ຂໍ້ລິເລີ່ມກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງທົ່ວໂລກທີ່ແຕກຕ່າງກັບ ໜຶ່ງແລວໜຶ່ງເສັ້ນທາງ, ບໍ່ວ່າ ຂໍ້ລິເລີ່ມທີ່ກໍ່ສ້າງໂລກດີກວ່າເກົ່າຄືນໃໝ່ ຫຼືວ່າຂໍ້ລິເລີ່ມອື່ນໆກໍ່ຕາມ, ປະຊາຄົມໂລກຫວັງໄດ້້ເຫັນໂຄງການທີ່ມີງົບປະມານແທ້ໆ ແລະ ສາມາດສ້າງຄວາມສຸກໃຫ້ແກ່ປະຊາຊົນຢ່າງແທ້ຈິງ.