ປະທານາທິບໍດີຕວກກີກ່າວວ່າ:ຢ່າຄອງຄອຍຕວກກີປ່ຽນແປງຫຼັກໝັ້ນຂອງຕົນໃນບັນຫາຊູແອັດແລະແຟັງລັງເຂົ້າຮ່ວມນາໂຕ

2022-06-28 15:32:47 cri


ວັນທີ 27 ມິຖຸນານີ້ຕາມເວລາທ້ອງຖິ່ນ,ທ່ານ ຣິເຊັບ ຕາຢິບ ເອໂດກັນ ປະທານາທິບໍດີຕວກກີກ່າວຢ່າງຈະແຈ້ງວ່າ:ຢ່າຄອງຄອຍຕວກກີປ່ຽນແປງຫຼັກໝັ້ນຂອງຕົນໃນບັນຫາຊູແອັດແລະແຟັງລັງເຂົ້າຮ່ວມນາໂຕ.

ມື້ດຽວກັນ ທ່ານເອໂດກັນໄດ້ກ່າວຄຳປາໄສຫຼັງຈາກເປັນປະທານກອງປະຊຸມຄະນະລັດຖະບານໂດຍກ່າວວ່າ:ມື້ອື່ນທ່ານຈະນຳພາຄະນະຜູ້ແທນເດີນທາງໄປແອັສປາຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດນາໂຕ. ຕໍ່ບັນຫາອົງການກໍ່ການຮ້າຍ ຄື ພັກກຳມະກອນເຄັດເປັນຕົ້ນ,ຕວກກີຈະເປີດເຜີຍຄວາມຈອມປອມຂອງຊູແອັດແລະແຟັງລັງດ້ວຍເອກະສານ,ຂໍ້ມູນແລະວິດີໂອເປັນຕົ້ນ. ຖ້າວ່າສະພາບການດັ່ງກ່າວຍັງບໍ່ສາມາດປ່ຽນແປງໄດ້,ການຄອງຄອຍຕວກກີປ່ຽນແປງຫຼັກໝັ້ນຂອງຕົນໃນບັນຫາຊູແອັດແລະແຟັງລັງເຂົ້າຮ່ວມນາໂຕນັ້ນ ຈະເປັນໄປບໍ່ໄດ້.

   ກອງປະຊຸມສຸດຍອດນາໂຕຈະຈັດຂຶ້ນຢູ່ນະຄອນຫຼວງມາດຣິດລະຫວ່າງວັນທີ29ຫາວັນທີ30ມິຖຸນານີ້,ການພິຈາລະນາບັນຫາໃຫ້ແຟັງລັງແລະຊູແອັດເຂົ້າຮ່ວມນາໂຕ ຖືເປັນຫົວຂໍ້ຫຼັກຂໍ້ໜຶ່ງໃນກອງປະຊຸມສຸດຍອດຄັ້ງນີ້.