ຜົນການສຳຫຼວດຄວາມຄິດເຫັນຫຼ້າສຸດສະແດງໃຫ້ເຫັນວ່າ:ຊາວອາເມຣິກາ 75% ເຫັນວ່າເສດຖະກິດຂອງປະເທດຕົນບໍ່ດີ

2022-06-28 12:56:15 CRI


    ອີງຕາມຜົນການສຳຫຼວດຄວາມຄິດເຫັນຫຼ້າສຸດທີ່ອາເມຣິກາປະກາດໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ, ຊາວອາເມຣິກາ 75% ເຫັນວ່າ ເສດຖະກິດຂອງປະເທດຕົນບໍ່ດີຫຼາຍ ຫາ ບໍ່ດີສົມຄວນ, ປະຊາຊົນສ່ວນຫຼາຍມີຄວາມເປັນຫ່ວງ ວ່າ ຕົນເອງຍັງຈະສາມາດຈ່າຍຄ່າໃຊ້ຈ່າຍປະຈຳວັນໄດ້ຫຼືບໍ່.ໃນການສຳຫຼວດຄວາມຄິດເຫັນປະຈຳເດືອນເມສາປີນີ້, ມີຊາວອາເມຣິກາກວມ 63% ເທົ່ານັ້ນທີ່ເປັນວ່າເສດຖະກິດປະເທດຕົນບໍ່ດີ.


     ລາຄາສິນຄ້າເພີ່ມສູງຂຶ້ນເຮັດໃຫ້ຊາວອາເມຣິກາຈຳນວນຫຼາຍເປັນຫ່ວງວ່າ ຕົນເອງຈະຈ່າຍຄ່າລ້ຽງດູຜູ້ເຖົ້າ, ຄ່າການທ່ອງທ່ຽວ ແລະ ຄ່າໃຊ້ຈ່າຍປະຈຳວັນບໍ່ໄດ້. ຜົນການສຳຫຼວດຄວາມຄິດເຫັນຍັງສະແດງໃຫ້ເຫັນວ່າ, ມີຈຳນວນ 1/3 ເປັນຫ່ວງວ່າຍັງຈະມີຄວາມສາມາດຊື້ສິນຄ້າປະຈຳວັນ ແລະ ຈ່າຍຄ່າການບໍລິການຂັ້ນພື້ນຖານໄດ້ຫຼືບໍ່, ແລະມີຈຳນວນ 32% ບອກວ່າເປັນຫ່ວງເລັກຫນ້ອຍ.


     ລາຄານ້ຳມັນແອັດຊັງ, ອາຫານ ແລະ ເຮືອນຢເພີ່ມສູງຂຶ້ນເຮັດໃຫ້ໄພເງິນເຟີ້ຂອງອາເມຣິກາໃນເດືອນພຶດສະພາແລ້ວນີ້ຮ້າຍແຮງຂຶ້ນຢ່າງວ່ອງໄວ.ອີງຕາມຕົວເລກທີ່ກະຊວງແຮງງານອາເມຣິກາປະກາດໃນວັນທີ 10 ມິຖຸນານີ້ສະແດງໃຫ້ເຫັນວ່າ, ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ໃນເດືອນພຶດສະພາແລ້ວນີ້ໄດ້ເພີ່ມຂຶ້ນ 8,6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ຈັງຫວະເພີ່ມຂຶ້ນແມ່ນຫຼາຍທີ່ສຸດນັບແຕ່ເດືອນທັນວາປີ 1981 ເປັນຕົ້ນມາ.


     ຜົນການສຳຫຼວດຄວາມຄິດເຫັນຍັງສະແດງໃຫ້ເຫັນວ່າ, ມີຈຳນວນ 62% ເຫັນວ່າ, ລາຄານ້ຳມັນແອັດຊັງໄດ້ສ້າງຜົນກະທົບຕໍ່ບຸກຄົນຢ່າງຫຼວງຫຼາຍ. ອີງຕາມຕົວເລກຈາກສະມາຄົມລົດຍົນອາເມຣິກາໃຫຮູ້ວ່າ, ໃນວັນທີ 26 ມິຖຸນານີ້,ລາຄານ້ຳມັນສະເລ່ຍທົ່ວປະເທດອາເມຣິກາແມ່ນ 4,9 ໂດລາຕໍ່ກາລອນ.


    ມີຈຳນວນ 44% ຄາດວ່າເສດຖະກິດອາເມຣິກາຈະຊຸດໂຊມລົງໃນປີໜ້າ, 25% ເຫັນວ່າຈັງຫວະການເຕີບໂຕຂອງເສດຖະກິດຈະຫຼຸດຕ່ຳລົງ, 13% ຄາດວ່າເສດຖະກິດຍັງຈະເຕີບໂຕ, ແລະ 18% ເຫັນວ່າເສດຖະກິດຈະຮັກສາຄວາມໝັ້ນທ່ຽງ.