ຈີນເດັດດ່ຽວຄັດຄ້ານປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນແຕ່ດຳເນີນການໄປມາຫາສູ່ຝ່າຍທາງການກັບໄຕ້ຫວັນດ້ວຍທຸກຮູບການ

2022-06-29 11:06:36 CRI


    ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 28 ມິຖຸນານີ້, ມີນັກຂ່າວຕັ້ງຄຳຖາມກ່ຽວກັບບັນຫາທີ່ເອີ້ນວ່າ “ຂໍ້ລິເລີ່ມການຄ້າສະຕະວັດທີ 21 ອາເມຣິກາ-ໄຕ້ຫວັນ”.


     ຕໍ່ກັບເລື່ອງນີ້, ກ່ອນອື່ນ ທ່ານຈ້າວລີ້ຈ່ຽນໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນເດັດດ່ຽວຄັດຄ້ານປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນ ແຕ່ດຳເນີນການໄປມາຫາສູ່ຝ່າຍທາງການກັບໄຕ້ຫວັນດ້ວຍທຸກຮູບການເຊິ່ງລວມທັງການເຊັນສັນຍາການຄ້າທີ່ມີຄວາມໝາຍອະທິປະໄຕ ແລະ ລັກສະນະຝ່າຍທາງການ, ຈີນມີຫຼັກໝັ້ນດັ່ງກ່າວຢ່າງແຈ່ມແຈ້ງມາໂດຍຕະຫຼອດ.


    ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ, ຢູ່ໃນໂລກນີ້ມີພຽງປະເທດຈີນດຽວ, ໄຕ້ຫວັນເປັນພາກສ່ວນໜຶ່ງຂອງຈີນທີ່ແບ່ງແຍກອອກບໍ່ໄດ້,ລັດຖະບານສ.ປ.ຈີນແມ່ນລັດຖະບານທີ່ຊອບດ້ວຍກົດໝາຍພຽງໜຶ່ງດຽວທີ່ຕາງໜ້າໃຫ້ທົ່ວປະເທດຈີນ.


ພວກຂ້າພະເຈົ້າທວງໃຫ້ອາເມຣິກາເຄົາລົບຫຼັກການປະເທດຈີນດຽວແລະ ຂໍ້ກຳນົດຂອງຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ ກັບ ອາເມຣິກາດ້ວຍການກະທຳຕົວຈິງ, ຍຸດຕິດຳເນີນການໄປມາຫາສູ່ຝ່າຍທາງການກັບໄຕ້ຫວັນດ້ວຍທຸກຮູບການ, ຍຸດຕິເຊັນສັນຍາການຄ້າທີ່ມີຄວາມໝາຍອະທິປະໄຕ ແລະລັກສະນະຝ່າຍທາງການກັບເຈົ້າໜ້າທີ່ໄຕ້ຫວັນ,ຢ່າສົ່ງສັນຍານຜິດພາດໃດໆຕໍ່ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດ.