ສະຫະພາບເອີລົບຮຽກຮ້ອງໃຫ້ສະສົມອາຍແກັສທຳມະຊາດເກັບມ້ຽນໄວ້ໃນສາງຂອງປະເທດສະມາຊິກໃຫ້ມີຮອດ 80% ກ່ອນລະດູຫນາວປີນີ້ວຽນມາເຖິງ

2022-06-29 10:49:56 CRI

 

ວັນທີ 27 ມິຖຸນານີ້, ສະພາມົນຕີສະຫະພາບເອີລົບໄດ້ອະນຸມັດຂໍ້ກຳນົດ ໂດຍຮຽກຮ້ອງໃຫ້ສະສົມອາຍແກັສທຳມະຊາດເກັບມ້ຽນໄວ້ໃນສາງຂອງປະເທດສະມາຊິກຢ່າງໜ້ອຍໃຫ້ມີຮອດ 80% ຂອງຄວາມສາມາດສະສົມໄວ້ກ່ອນລະດູໜາວປີນີ້ວຽນມາເຖິງ ແລະ ມີຮອດ 90% ກ່ອນລະດູໜາວປີໜ້າ, ພ້ອມກັນນັ້ນ,ລະຫວ່າງບັນດາປະເທດສະມາຊິກສາມາດຊົມໃຊ້ອາຍແກັສທຳມະຊາດຂອງກັນແລະກັນໄດ້.


     ຂໍ້ກຳນົດດັ່ງກ່າວຊີ້ອອກວ່າ, ໂດຍພິຈາລະນາເຖິງຄວາມສາມາດສະສົມແລະ ສະພາບການຂອງບັນດາປະເທດມີຄວາມແຕກຕ່າງກັນຫຼາຍ, ປະເທດສະມາຊິກສາມາດບັນລຸເປົ້າໝາຍສ່ວນໜຶ່ງໂດຍຜ່ານການສະສົມອາຍແກັສທຳມະຊາດທີ່ເປັນທາດແຫຼວ ຫຼື ວັດຖຸເຊື້ອໄຟປະເພດອື່ນໆ. ຍ້ອນວ່າພາຍໃນບາງປະເທດສະມາຊິກບໍ່ມີເຄື່ອງອຸປະກອນສະສົມອາຍແກັສທຳມະຊາດ, ປະເທດເຫຼົ່ານີ້ຈະສາມາດສະສົມອາຍແກັສທຳມະຊາດຂອງປະເທດຕົນໃນແຕ່ລະປີຈຳນວນ 15% ຢູ່ປະເທດສະມາຊິກອື່ນໆ.


     ສະພາມົນຕີສະຫະພາບເອີລົບຍັງເຫັນດີຕໍ່ນະໂຍບາຍສອງລາຍການກ່ຽວກັບຍົກສູງປະສິດທິພາບການໃຊ້ພະລັງງານ ແລະ ນຳໃຊ້ພະລັງງານໝູນວຽນໂດຍມີ
ແຜນຮອດປີ 2030 ຈະຍົກມາດຕາສ່ວນຂອງພະລັງງານໝູນວຽນໃນໂຄງປະກອບພະລັງງານນັ້ນຈາກ 32% ສູງຂຶ້ນໄປຮອດ 40%, ພ້ອມທັງຫຼຸດຜ່ອນການໃຊ້ພະລັງງານໃຫ້ໜ້ອຍລົງ.


    ຣັດເຊຍແມ່ນປະເທດສະໜອງອາຍແກັສທຳມະຊາດຕົ້ນຕໍຂອງສະຫະພາບເອີລົບ. ປັດຈຸບັນ, ຣັດເຊຍໄດ້ຫຼຸດລົງ ຫຼື ຍຸດຕິການສະໜອງອາຍແກັສທຳມະຊາດໃຫ້ແກ່ 12 ປະເທດສະມາຊິກສະຫະພາບເອີລົບແລ້ວ. ໃນໄລຍະນີ້, ປະລິມານອາຍແກັສທຳມະຊາດທີ່ຣັດເຊຍສົ່ງອອກໃຫ້ສະຫະພາບເອີລົບເຫຼືອພຽງແຕ່ເຄິ່ງໜຶ່ງຂອງປະລິມານການສົ່ງອອກໃນປີກາຍນີ້ເທົ່ານັ້ນ.