ທ່ານວາງຊີຊ່ານພົບປະທ່ານປະທານາທິບໍດີຟິລິບປິນ

2022-06-30 14:46:14 cri

ວັນທີ29ມິຖຸນານີ້,ທ່ານວາງຊີຊ່ານ ຮອງປະທານປະເທດຈີນໃນນາມຜູ້ຕາງໜ້າພິເສດຂອງທ່ານປະທານສີຈິ້ນຜິງທີ່ເດີນທາງໄປຟິລິບປິນເພື່ອເຂົ້າຮ່ວມພິທີສາບານຕົວຂຶ້ນຮັບຕຳແໜ່ງຂອງທ່ານເຟີດີນານ ໂຣມົວເດັສ ມາໂຄສ ປະທານາທິບໍດີຟິລິບປິນຄົນໃໝ່ ໄດ້ພົບປະກັບທ່ານ ໂຣດຣີໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ຢູ່ນະຄອນຫຼວງມານີລາ.

ທ່ານວາງຊີຊ່ານກ່າວວ່າ: ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ເຊື່ອມໂຍງເຂົ້າກັບ“ແຜນການສ້າງສາຢ່າງໃຫຍ່ຫຼວງ”. ຍອດມູນຄ່າການຄ້າສອງຝ່າຍຈີນ-ຟິລີບປິນເພີ່ມຂຶ້ນ1ເທົ່າ,ຂະໜາດການລົງທຶນຂອງຈີນຢູ່ຟິລິບປິນເພີ່ມຂຶ້ນຫຼາຍກວ່າ6ປີກ່ອນເກືອບ4ເທົ່າ.ພາຍໃຕ້ສະພາບພະຍາດໂຄວິດ-19ລະບາດ,ຈີນແລະຟິລິບປິນໄດ້ຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກ,ການພົວພັນລະຫວ່າງສອງປະເທດມີຄວາມໝັ້ນຄົງແລະມີພະລັງຊີວິດຊີວານັບມື້ນັບພົ້ນເດັ່ນຂຶ້ນ.ສອງຝ່າຍພິຈາລະນາຈາກການປົກປ້ອງສະຖຽນລະພາບຂອງພາກພື້ນ,ຍຶດໝັ້ນຜ່ານການສົນທະນາແລະປຶກສາຫາລືກັນເພື່ອຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນທີ່ກ່ຽວຂ້ອງກັບບັນຫາທະເລຢ່າງເໝາະສົມ,ຮັບປະກັນໃຫ້ການພົວພັນຈີນ-ຟິລິບປິນເດີນໄປຂ້າງໜ້າຕາມທິດທີ່ຖືກຕ້ອງ.ສອງຝ່າຍຍັງໄດ້ຮັກສາການແລກປ່ຽນແລະປະສານງານເປັນຢ່າງດີໃນວຽກງານຫຼາຍຝ່າຍແລະສາກົນ,ຮ່ວມກັນປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ,ປົກປັກຮັກສາສິດແລະຜົນປະໂຫຍດຂອງປະເທດພວມພັດທະນາ.

   ທ່ານວາງຊີຊ່ານຫວັງວ່າທ່ານປະທານາທິບໍດີດູເຕີເຕຈະເອົາໃຈໃສ່ແລະສະໜັບສະໜູນການຂະຫຍາຍຕົວແຫ່ງການພົວພັນລະຫວ່າງຈີນກັບຟິລິບປິນຢ່າງສະເໝີຕົ້ນສະເໝີປາຍ,ສືບຕໍ່ເສີມຂະຫຍາຍບົດບາດສຳຄັນເພື່ອສືບທອດແລະສົ່ງເສີມໄມຕີຈິດມິດຕະພາບລະຫວ່າງຈີນກັບຟິລິບປິນ.