ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດຈີນກ່າວຢ້ຳວ່າ:ຕ້ອງຍຸດຕິການແບ່ງແຍກປະຊາຄົມໂລກ

2022-06-30 14:53:19 CRI


     ວັນທີ 28 ມິຖຸນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມຊົ່ວຄາວເພື່ອຫາລືສະຖານະການອູແກຣນ. ຜູ້ຕາງໜ້າຖາວອນຈີນຮຽກຮ້ອງໃຫ້
ຝ່າຍຕ່າງໆທຳຄວາມພະຍາຍາມເພື່ອແກ້ໄຂວິກິດການໃນສະເພາະໜ້າຕື່ມອີກ ແລະ ກ່າວວ່າ, ກຸ່ມນາໂຕກໍ່ບັນຫາຂຶ້ນເລື້ອຍໆຢູ່ໃນທົ່ວໂລກຢ່າງບໍ່ຢຸດຢັ້ງ, ບົດລະຄອນສົງຄາມເຢັນທີ່ຫຼ້າສະໄໝມາເປັນເວລາດົນນານນັ້ນ ເດັດດ່ຽວຈະບໍ່ສາມາດສະແດງໄດ້ຢູ່ອາຊີ-ປາຊິຟິກອີກ.


     ໃນເວລາກ່າວຄຳປາໄສ, ທ່ານຈັ່ງຈູ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງກອນສະຫະປະຊາຊາດກ່າວວ່າ, ການປະທະກັນດ້ານການທະຫານຢູ່ອູແກຣນໄດ້ແກ່ຍາ່ວເວລາມາຫຼາຍກວ່າ 4 ເດືອນແລ້ວ, ສິ່ງທີ່ໜ້າເສຍດາຍ ແລະ ເປັນຫ່ວງນັ້ນແມ່ນ, ການປະທະກັນຍັງຄົງສືບຕໍ່ດຳເນີນຢູ່, ສະຖານະການດ້ານມະນຸດສະທຳແມ່ນຂ້ຽວຂາດທີ່ສຸດ, ຜົນກະທົບຕາມມາພາຍຫຼັງໃນດ້ານຕ່າງໆພວມເຮັດໃຫ້ເກີດສິ່ງທ້າທາຍໃນທົ່ວໂລກຢ່າງດຸເດືອດ.

 

     ທ່ານຈັ່ງຈູ່ນກ່າວຕື່ມວ່າ, ການຫັນເສດຖະກິດໂລກເປັນອາວຸດ ແລະ ບັງຄັບໃຫ້ປະເທດອື່ນໆເລືອກກຸ່ມ ຈະເຮັດໃຫ້ປະຊາຄົມໂລກຖືກແບ່ງແຍກ ແລະ ເຮັໃຫ້ໂລກວຸ້ນວາຍກວ່າເກົ່າ.