ທ່ານສີຈີ້ນຜິງກວດກອງທະຫານປະຈຳຮົງກົງ

2022-07-01 23:06:36 cri


    ວັນທີ 1 ກໍລະກົດນີ້, ທ່ານ
ສີຈີນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະ
ຫານສູນກາງຈີນໄດ້
ກວດກອງທະຫານປະຈຳຮົງກົງຂອງກອງທັບປົດປ່ອຍປະຊາຊົນຈີນ, ທັງໄດ້ຕາງໜ້າສູນກາງພັກອມມູນິດຈີນ ແລະ ຄະນະກຳມະການການທະຫານສູນກາງ ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ສະຫາຍທັງຫຼາຍ.
     

    ທ່ານ ສີຈີ້ນຜິ ຊີ້ອອກວ່າ, ນັບແຕ່ຮົງກົງກັບຄືນປະເທດຊາດເປັນເວລາ 25 ປີມານີ້, ກອງທະຫານປະຈຳຮົງກົງໄດ້ປະຕິບັດຕາມການຈັດວາງຂອງສູນກາງພັກ ແລະ ຄະນະກຳມະການການທະຫານສູນກາງຢ່າງເດັດດ່ຽວ, ໄດ້ຈັດຕັ້ງປະຕິບັດທິດທາງ “ປະເທດດຽວສອງລະບອບ” ພ້ອມດ້ວຍກົດໝາຍພື້ນຖານ ແລະ ກົດໝາຍກອງທະຫານປະຈຳຂອງເຂດບໍລິຫານພິເສດຮົງກົງຢ່າງຕັ້ງໜ້າ, ໂດຍໄດ້ສຳເລັດໜ້າທີ່ຕ່າງໆທີ່ຖືການປ້ອງກັນເປັນໜ້າທີ່ໃຈກາງຢ່າງດີເດັ່ນ.
     

    ທ່ານ ສີຈີ້ນຜິ ກ່າວເນັ້ນວ່າ, ຮົງກົງພວມຢູ່ໃນໄລຍະສຳຄັນທີ່ຈາກການມີຄວາມສະຫງົບໄປສູ່ການມີຄວາມຈະເລີນຮຸ່ງເຮືອງ, ກອງທະຫານປະຈຳຮົງກົງມີໜ້າທີ່ໜັກໜາຢ່າງຫຼວງຫຼາຍ. ຕ້ອງປະຕິບັດຕາມແນວຄິດກ່ຽວກັບການສ້າງກອງທັບໃຫ້ເຂັ້ມແຂງຂອງພັກໃນຍຸກໃໝ່, ປະຕິບັດຕາມທິດທາງຍຸດທະສາດການທະຫານໃນຍຸກໃໝ່, ຊອກຮູ້ສະຖານະການໃໝ່ ໜ້າທີ່ ແລະ ຄວາມຮຽກຮ້ອງຕ້ອງການ, ເພີ່ມທະວີການກໍ່ສ້າງກອງທະຫານຢ່າງຮອບດ້ານ, ຍົກສູງຄວາມສາມາດການປະຕິບັດໜ້າທີ່, ປະກອບສ່ວນຫຼາຍກວ່າເພື່ອຮັກສາຄວາມໝັ້ນຄົງແຫ່ງລັດ ພ້ອມດ້ວຍຄວາມຈະເລີແລະ ສະຖຽນລະພາບໄລຍະຍາວຂອງກົງກົງ, ຊຸກຍູ້ພຶດຕິກຳ “ປະເທດດຽວສອງລະບອບ” ໄດ້ຮັບການປະຕິບັດຢູ່ຮົງກົງຢ່າງໝັ້ນທ່ຽງເປັນເວລາຍາວນານ.