ລົດໄຟຈີນ-ຫວຽດນາມຂະບວນທຳອິດອອກເດີນທາງຈາກສູນຈໍລະຈອນສິນຄ້າອາຊຽນແຂວງຫູນານຈີນ

2022-07-03 13:14:12 cri


ວັນທີ 2 ກໍລະກົດນີ້, ພິທີທີ່ລົດໄຟຂົນສົ່ງສິນຄ້າສາກົນຈາກນະຄອນຮວຍຮ້ອາຈີນໄປຫານະຄອນຫຼວງຮ່າໂນ້ຍຫວຽດນາມຕາມເສັ້ນທາງລົດໄຟຈີນ-ຫວຽດນາມ ອອກເດີນທາງເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ດ່ານທາງບົກສາກົນນະຄອນຮວຍຮ້ວາແຂວງຫູນານຈີນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງແຂວງຫູນານຈີນແລະອາຊຽນມີຊ່ອງທາງທີ່ສະດວກແລະວ່ອງໄວຕື່ມອີກສາຍໜຶ່ງ.

ນີ້ແມ່ນຂະບວນລົດໄຟຂົນສົ່ງສິນຄ້າສາກົດຂະບວນທຳອິດລະຫວ່າງຈີນກັບຫວຽດນາມທີ່ຜະລິດເປັນການສະເພາະ ແລະອອກເດີນທາງຈາກນະຄອນຮວຍຮ້ວາ, ທັງໝົດມີ 35 ລົດຕູ້ ແລະຕູ້ຄອນເທັນເນີມາດຕະຖານ 70 ໜ່ວຍ, ຈະຜ່ານດ່ານຜີງສຽງເຂດກວາງຊີຈີນເຂົ້າສູ່ຫວຽດນາມ, ມີໄລຍະທາງທັງໝົດ 1.200 ກິໂລແມັດ, ຄາດວ່າອີກ 4 ວັນຈະເດີນທາງໄປຮອດນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ, ຈະຂົນສົ່ງຜະລິດຕະພັນພື້ນເມືອງຫູນານທີ່ມີຄຸນນະພາບດີ ເຊິ່ງມີມູນຄ່າຫຼາຍກວ່າ 1.700.000 ຢວນໄປສູ່ປະເທດແລະເຂດແຄ້ວນທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.