ຣັດເຊຍກ່າວວ່າ ທະຫານຣັດເຊຍໄດ້ຄວບຄຸມເມືອງລິຊີຈັນສ໊ກ,ອູແກຣນກ່າວວ່າ ທະຫານອູແກຣນໄດ້ຖອນອອກໄປໝົດແລ້ວ

2022-07-04 16:08:45 cri

 ວັນທີ3ກໍລະກົດນີ້,ທ່ານເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ: ທະຫານຣັດເຊຍແລະກອງປະກອບອາວຸດລູການສ໊ກ ໄດ້ຄວບຄຸມເມືອງລິຊີຈັນສ໊ກເຂດລູການສ໊ກຢ່າງເຕັມທີ່ແລ້ວ,ນີ້ໝາຍຄວາມວ່າຣັດເຊຍສາມາດຄວບຄຸມເຂດລູການສ໊ກໄດ້ທັງໝົດ.

   ຕອນຄ່ຳມື້ດຽວກັນ,ກົມໃຫຍ່ເສນາທິການຂອງກອງປະກອບອາວຸດອູແກຣນອອກຖະແຫຼງການໃຫ້ຮູ້ວ່າ: ຫຼັງຈາກສິ້ນສຸດສົງຄາມຄັ້ງສຳຄັນຢູ່ເມືອງລິຊີຈັນສ໊ກ,ກອງທະຫານອູແກຣນຈຳເປັນຕ້ອງຖອນກຳລັງອອກຈາກຖານທັບຂອງຕົນ.