ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ:ປະເທດຕາເວັນຕົກບໍ່ອະນຸຍາດໃຫ້ອູແກຣນຍຸດຕິສົງຄາມ

2022-07-04 11:52:08 CRI


    ວັນທີ 3 ກໍລະກົດນີ້, ທ່ານດີມີຣີ ເປັສໂກຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ, ປັດຈຸບັນ, ປະເທດຕາເວັນຕົກຍັງຫວັງໃຫ້ສົງຄາມສືບຕໍ່ໄປ, ບໍ່ອະນຸຍາດໃຫ້ອູແກຣນຍຸດຕິສົງຄາມ. ປະເທດຕາເວັນຕົກພາຍໃຕ້ການນຳພາຂອງອາເມຣິກາບໍ່ອະນຸຍາດໃຫ້ອູແກຣນພິຈາລະນາ ຫຼື ຫາລືກ່ຽວກັບບັນຫາສັນຕິ
ພາບ. ແຕ່ປະເທດຕາເວັນຕົກຍ່ອມຈະຮູ້ສຶກຕື່ນຕົວບໍ່ຊ້າກໍ່ໄວ ແລະ ຟື້ນຟູການເຈລະຈາກ່ຽວກັບບັນຫາອູແກຣນ.


     ທ່ານເປັສໂກຟກ່າວຕື່ມວ່າ,ຜູ້ນຳປະເທດໃນເອີລົບຂາດຄວາມສາມາດດ້ານການນຳພາ, ມີແຕ່ດຳເນີນງານໂດຍອີງຕາມການຊັກນຳດ້ານຜົນປະໂຫຍດແຫ່ງລັດ ແລະ ເຮັດນຳຜູ້ອື່ນເທົ່ານັ້ນ.