ສະພາກາແດງຈີນສະໜອງວັດຖຸກູ້ໄພແຜ່ນດິນໄຫວໃຫ້ສະພາຊີກວົງເດືອນແດງໃໝ່ອັຟການີສະຖານ

2022-07-04 12:19:50 cri


ວັນທີ3ກໍລະກົດນີ້,ພິທີມອບຮັບວັດຖຸກູ້ໄພແຜ່ນດິນໄຫວທີ່ສະພາກາແດງຈີນຊ່ວຍເຫຼືອສະໜອງໃຫ້ອັຟການີສະຖານໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ຂອງສະພາຊີກວົງເດືອນແດງໃໝ່ອັຟການີສະຖານທີ່ນະຄອນຫຼວງກາບູນ.

   ວັນທີ22ມິຖຸນາແລ້ວນີ້,ຢູ່ພາກຕາເວັນອອກສຽງໃຕ້ຂອງອັຟການີສະຖານໄດ້ເກີດໄພແຜ່ນດິນໄຫວແຮງ. ລັດຖະບານຈີນໄດ້ຕົກລົງສະໜອງການຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນໃຫ້ແກ່ອັຟການີສະຖານມູນຄ່າ50ລ້ານຢວນ,ສ່ວນວັດຖຸກູ້ໄພງວດທຳອິດ ຄື: ເຕັ້ນ,ຕຽງພັບ,ຜ້າຫົ່ມ ໄດ້ສົ່ງໄປຮອດນະຄອນຫຼວງກາບູນໃນວັນທີ27ມິຖຸນາແລ້ວນີ້.