ສະມາຊິກສະພາດູມາຣັດເຊຍກ່າວວ່າ:ຖ້າກຸ່ມນາໂຕຕັ້ງຖານທັບຢູ່ແຟັງລັງ ແລະ ຊູແອັດຈະຖືກໂຈມຕີ

2022-07-05 11:42:16 CRI

ວັນທີ 4 ກໍລະກົດນີ້, ທ່ານເວຍເຊັສລາຟ ໂວໂລດິນ ປະທານສະພາດູມາແຫ່ງຊາດຣັດເຊຍກ່າວວ່າ, ຖ້າກຸ່ມນາໂຕຕັ້ງຖານທັບຢູ່ແຟັງລັງ ແລະ ຊູແອັດ, ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງຂອງປະເທດເຫຼົ່ານີ້ບໍ່ໄດ້ເທົ່ານັ້ນ, ຫາກຍັງຈະເຮັດໃຫ້ຕົວເມືອງຕ່າງໆທີ່ຕັ້ງຖານທັບເຫຼົ່ານັ້ນປະສົບກັບຄວາມສ່ຽງຈະຖືກໂຈມຕີ.



    ວັນທີ 3 ກໍລະກົດນີ້, ເຈົ້າເມືອງເມືອງລັບເປັນຣານຕາຂອງແຟັງລັງສະເໜີໃຫ້ກຸ່ມນາໂຕຕັ້ງຖານທັບຢູ່ເມືອງຂອງຕົນເພື່ອຊ່ວຍປ້ອງກັນຄວາມໝັ້ນຄົງຂອງເຂດນີ້.