ມີປະຊາຊົນອາເມຣິກາ 88% ເຫັນວ່າອາເມຣິກາພວມພັດທະນາໄປສູ່ທິດທາງທີ່ຜິດພາດ

2022-07-06 15:51:09 CRI

ວັນທີ 5 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຜົນການຢັ່ງປະຊາມະຕິສະບັບໜຶ່ງຂອງມະຫາວິທະຍາໄລມົນມາວຂອງອາເມຣິກາສະແດງໃຫ້ເຫັນວ່າ, ມີປະຊາຊົນອາເມຣິກາ 88% ເຫັນວ່າອາເມຣິກາພວມພັດທະນາໄປສູ່ທິດທາງທີ່ຜິດພາດ ແລະ ມີພຽງ 10% ເຫັນວ່າ ອາເມຣິກາພວມພັດທະນາໄປສູ່ທິດທາງທີ່ຖືກຕ້ອງ ເຊິ່ງເປັນລະດັບຕ່ຳສຸດທີ່ອົງການດັ່ງກ່າວດຳເນີນການຢັ່ງປະຊາມະຕິທີ່ກ່ຽວຂ້ອງນັບແຕ່ປີ 2013 ເປັນຕົ້ນມາ.

ອີງຕາມຜົນການຢັ່ງປະຊາມະຕິດັ່ງກ່າວ, ມີຜູ້ຕອບການສຳພາດເກືອບເຄິ່ງໜຶ່ງເຫັນວ່າ, ລາຄາອາຍແກັທຳມະຊາດເພີ່ມສູງຂຶ້ນ ແລະ ບັນຫາເງິນເຟີ້ຂອງອາເມຣິກາໄດ້ເປັນບັນຫາທີ່ເຂົາເຈົ້າເປັນຫ່ວງນຳທີ່ສຸດ, ຍັງມີຜູ້ຕອບການສຳພາດ 5% ເຫັນວ່າ, ສິດແທ້ງລູກແມ່ນບັນຫາທີ່ເຂົາເຈົ້າສົນໃຈນຳທີ່ສຸດ. ສະຖາບັນຄົ້ນຄວ້າການຢັ່ງປະຊາມະຕິຂອງມະຫາວິທະຍາໄລມົນມາວຊີ້ອອກວ່າ, ສະພາບການເສດຖະກິດຊຸດໂຊມລົງເຮັດໃຫ້ຊາວອາເມຣິກາເປັນຫ່ວງນຳ ແລະ ເກີດມີຄວາມບໍ່ພໍໃຈຕໍ່ລັດຖະບານ.