ນັກການເມືອງແລະນັກວິຊາການມຽນມາກ່າວວ່າ: ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສ້າງຜົນປະໂຫຍດແທ້ຈິງໃຫ້ແກ່ປະຊາຊົນຂອງປະເທດລ້ອງແມ່ນ້ຳ

2022-07-06 14:25:46 cri

ວັນທີ 4 ກໍລະກົດ 2022, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຄັ້ງທີ 7 ຂອງຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນບາການປະເທດມຽນມາ. ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ນັກການເມືອງແລະນັກວິຊາການມຽນມາກ່າວວ່າ: ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສ້າງຜົນປະໂຫຍດແທ້ຈິງໃຫ້ແກ່ປະຊາຊົນຂອງປະເທດລ້ອງແມ່ນ້ຳດັ່ງກ່າວ, ໄດ້ເພີ່ມພະລັງແຮງແລະຄວາມໝັ້ນໃຈຫຼາຍກວ່າເກົ່າໃຫ້ແກ່ການພັດທະນາແບບຍືນຍົງຂອງເສດຖະກິດພາກພື້ນ.

ທ່ານຄິນເມືອງໂຊ ທີ່ປຶກສາຂອງສະຖາບັນຄົ້ນຄວ້າຍຸດທະສາດແລະບັນຫາສາກົນມຽນມາກ່າວວ່າ: ກອງທຶນພິເສດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສະໜັບສະໜູນການພັດທະນາໂຄງການການຮ່ວມມືຂະໜາດກາງແລະນ້ອຍ ຂອງປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ເພີ່ມພະລັງແຮງແລະຄວາມໝັ້ນໃຈຫຼາຍກວ່າເກົ່າໃຫ້ແກ່ການພັດທະນາແບບຍືນຍົງຂອງເສດຖະກິດພາກພື້ນ.

ທ່ານມິນສວິ ຫົວໜ້າກົມກະສິກຳ ກະຊວງກະສິກຳ, ການລ້ຽງສັດ ແລະ ຊົນລະປະທານມຽນມາກ່າວວ່າ: ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເຮັດໃຫ້ມີຄູ່ຮ່ວມມືນັບມື້ນັບຫຼາຍຂຶ້ນ, ໄດ້ເພີ່ມທະວີມິດຕະພາບລະຫວ່າງປະເທດຕ່າງໆ, ປະຊາຊົນກໍສາມາດແບ່ງປັນຜົນປະໂຫຍດຈາກການຮ່ວມມືຫຼາຍກວ່າເກົ່າແລະດີກວ່າເກົ່າ, ສິ່ງນີ້ໄດ້ເພີ່ມກຳລັງແຮງຢ່າງແທ້ຈິງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.