ເຈົ້າໜ້າທີ່ອູແກຣນຍອມຮັບວ່າມີອາວຸດທີ່ສະໜອງໂດຍປະເທດຕາເວັນຕົກຖືກຈຳໜ່າຍ

2022-07-07 11:07:02 CRI

ຂ່າວສານຕາຂອງຣັດເຊຍລາຍງານໃນວັນທີ 6 ກໍລະກົດນີ້ວ່າ: ທ່ານວາດຊິມ ເມນນິກ ຫົວໜ້າອົງການຄວາມໝັ້ນຄົງດ້ານເສດຖະກິດອູແກຣນໄດ້ໃຫ້ສຳພາດຕໍ່ສື່ມວນຊົນອູແກຣນວ່າ: ຜ່ານການສືບສວນສອບສວນ, ອົງການຕົນໄດ້ພົບເຫັນຫຼາຍຄະດີທີ່ວັດຖຸມະນຸດສະທຳ ແລະ ວັດຖຸທາງການທະຫານທີ່ສະໜອງໂດຍປະເທດເວັນຕົກໄດ້ຖືກຈຳໜ່າຍເພື່ອສະແຫວງຫາຜົນກຳໄລ, ຈົນເຖິງຂັ້ນວັດຖຸທາງການທະຫານທີ່ມີສ່ວນກ່ຽວຂ້ອງກັບການປ້ອງກັນທາງການທະຫານສ່ວນໜຶ່ງກໍຖືກຈຳໜ່າຍຢ່າງຜິດກົດໝາຍເຊັ່ນດຽວກັນ.

ທ່ານວາດຊິມ ເມນນິກກ່າວຕື່ມວ່າ, ມີ 10 ກວ່າຄະດີແບບນີ້ຖືກສືບສວນສອບສວນເພື່ອດຳເນີນຄະດີຕາມກົດໝາຍ, ພາກສ່ວນປະຕິບັດກົດໝາຍອື່ນໆຂອງອູແກຣນ ກໍຈະດຳເນີນການສືບສວນສອບສວນຕື່ມອີກຕໍ່ຄະດີແບບນີ້.