ກອງປະຊຸມສຳມະນາກ່ຽວກັບຄວາມປອດໄພດ້ານການເດີນເຮືອແລະຂົນສົ່ງທາງນ້ຳພາຍໃຕ້ຂອບເວທີປຶກສາຫາລືພາກພື້ນອາຊຽນຄັ້ງທີ 4 ໄດ້ຈັດຂຶ້ນຢ່າງເປັນທາງການ

2022-07-07 11:08:08 CRI

ກອງປະຊຸມສຳມະນາກ່ຽວກັບຄວາມປອດໄພດ້ານການເດີນເຮືອແລະຂົນສົ່ງທາງນ້ຳພາຍໃຕ້ຂອບເວທີປຶກສາຫາລືພາກພື້ນອາຊຽນຄັ້ງທີ 4 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 6 ກໍລະກົດນີ້ ແລະ ຈະດຳເນີນໄປເປັນເວລາ 2 ວັນ ຜ່ານທາງອອນລາຍ ໂດຍມີຜູ້ຊ່ຽວຊານ 128 ທ່ານຈາກ 15 ປະເທດສະມາຊິກ, ອົງການທາງທະເລສາກົນ, ຄະນະກຳມະການເສດຖະກິດສັງຄົມອາຊີປາຊີຟິກຂອງ ເປັນຕົ້ນໄດ້ເຂົ້າຮ່ວມ ເພື່ອລົງເລິກແລກປ່ຽນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ສະພາບປັດຈຸບັນແລະທ່ວງທ່າການພັດທະນາຂອງຄວາມປອດໄພດ້ານການເດີນເຮືອແລະຂົນສົ່ງທາງນ້ຳຂອງແຕ່ລະປະເທດ, ພຶດຕິກຳດ້ານການຄຸ້ມຄອງທີ່ດີທີ່ສຸດໃນດ້ານຄວາມປອດໄພດ້ານການເດີນເຮືອ ແລະ ຂົນສົ່ງທາງນ້ຳ, ການນຳໃຊ້ເຕັກນິກສູງແລະໃໝ່ ແລະ ອື່ນໆ.