ປະທານາທິບໍດີ ແລະ ນາຍົກລັດຖະມົນຕີສີລັງກາຈະລາອອກຈາກຕຳແຫນ່ງ

2022-07-10 11:47:59 CRI


    ຕອນຄ່ຳວັນທີ 9 ກໍລະກົດນີ້, ສື່ມວນຊົນສີລັງກາລາຍງານວ່າ, ທ່ານໂກຕາ ບາຢາ ຣາເຈຍປັກຊາ ປະທານາທິບໍດີສີລັງກາໄດ້ແຈ້ງໃຫ້ປະທານລັດຖະສະພາຊາບວ່າ ທ່ານຈະລາອອກຈາກຕຳແຫນ່ງປະທານາທິບໍດີໃນວັນທີ 13 ກໍລະກົດນີ້.


    ມື້ດຽວກັນ, ຫ້ອງການນາຍົກລັດຖະມົນຕີສີລັງກາອອກຖະແຫຼງການວ່າ, ທ່ານຣານີວ ວິເກຼເມຊິງເຮ ນາຍົກລັດຖະມົນຕີສີລັງກາຍິນດີລາອອກຈາກຕຳແຫນ່ງເພື່ອສ້າງຄວາມສະດວກໃຫ້ແກ່ການສ້າງລັດຖະບານຊຸດໃຫມ່ທີ່ປະກອບດ້ວຍພັກຕ່າງໆ.