ທ່ານວາງຢີ້ພົບປະກັບທ່ານບຼິນເກນ ລັດຖະມົນຕີການຕ່າງປະເທດອາເມຣິກາ

2022-07-10 12:06:35 CRI

 


    ວັນທີ 9 ກໍລະກົດນີ້, ຫຼັງຈາກເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ G20 ທີ່ຈັດຂຶ້ນຢູ່ເກາະບາຫຼີແຫ່ງອິນໂດເນເຊຍ, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານອັນໂຕນີ ບຼິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ. ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພົວພັນຈີນ-ອາເມຣິກາ ພ້ອມດ້ວຍບັນຫາສາກົນ ແລະ ພາກພື້ນທີ່ສົນໃຈນຳກັນຢ່າງຮອບດ້ານ ເລິກເຊິ່ງ ຈິງໃຈ ແລະ ເປັນເວລາຍາວນານ.


    ສອງຝ່າຍລ້ວນແຕ່ເຫັນວ່າ, ການສົນທະນາເທື່ອນີ້ມີລັກສະນະທາດແທ້ ແລະ ລັກສະນະສ້າງສັນ, ມີຜົນດີເພີ່ມຄວາມເຂົ້າໃຈເຊິ່ງກັນແລະກັນ, ຫຼຸດລົງຄວາມເຂົ້າໃຈຜິດ ແລະ ການວິນິດໄສຜິດ, ພ້ອມທັງສ້າງເງື່ອນໄຂເພື່ອຜູ້ນຳຂັ້ນສູງຂອງສອງປະເທດໄປມາຫາສູ່ກັນໃນອະນາຄົດ.


     ທ່ານວາງຢີ້ກ່າວວ່າ, ໃນສະເພາະໜ້ານີ້, ການພົວພັນຈີນ-ອາເມຣິກາຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກສະພາບຫຍຸ້ງຍາກທີ່ລັດຖະບານອາເມຣິກາຊຸດກ່ອນກໍ່ຂຶ້ນ, ຍິ່ງໄປກວ່ານັ້ນຍັງກຳລັງພົບສິ່ງທ້າທາຍນັບມື້ນັບຫຼາຍຂຶ້ນ.ພື້ນຖານທີ່ເຮັດໃຫ້ການພົວພັນຈີນ-ອາເມຣິກາຫຼຸດພົ້ນອອກຈາກສະພາບຫຍຸ້ງຍານັ້ນແມ່ນຕັ້ງໃຈປະຕິບັດຄວາມຮັບຮູ້ທີ່ເປັນເອກະາບກັນຂອງປະມຸດລັດສອງປະເທດ.


    ທ່ານວາງຢີ້ໄດ້ບັນລະຍາຍຫຼັກໝັ້ນທີ່ເຄັ່ງຂຶມຢ່າງຮອບດ້ານຕໍ່່ບັນຫາໄຕ້ຫວັນ, ຮຽກຮ້ອງໃຫ້ອາເມຣິກາຕ້ອງມີກິລິຍາວາຈາຢ່າງສຸຂຸມຮອບຄອບ, ຢ່າສົ່ງສັນຍານຜິດພາດໃດໆໃຫ້ກັບອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” , ຢ່າປະເມີນຕ່ຳຕໍ່ຄວາມຕັດສິນໃຈອັນເດັດຂາດຂອງປະຊາຊົນຈີນທີ່ປົກປັກຮັກສາຜືນແຜ່ນດິນ ແລະອະທິປະໄຕຂອງຕົນ, ຢ່າເຮັດກໍ່ຜິດພາດລັກສະນະພິກປີ້ນທີ່ທັບມ້າງສັນຕິພາບຊ່ອງແຄບໄຕ້ຫວັນ. ທ່ານວາງຢີ້ຍັງໄດ້ກ່າວຕອບໂຕ້ຄວາມເຫັນຜິດພາດຈຳນວນໜຶ່ງຂອງອາເມຣິກາໃນບັນຫາກ່ຽວກັບເຂດຊິ່ນຈ່ຽງ, ເຂດຮົງກົງ ແລະ ທາງທະເລ.


    ທ່ານອັນໂຕນີ ບຼິນເກນໄດ້ແນະນຳນະໂຍບາຍຕໍ່ຈີນຂອງອາເມຣິກາ ໂດຍກ່າວວ່າ: ອາເມຣິກາບໍ່ສະແຫວງຫາການກໍ່ “ສົງຄາມເຢັນຄັ້ງໃໝ່” ຕໍ່ຈີນ, ບໍ່ສະແຫວງຫາການປ່ຽນແປງລະບອບຂອງຈີນ, ບໍ່ທ້າທາຍຕໍ່ຖານະກຳອຳນາດຂອງພັກຄອມມູນິດຈີນ, ບໍ່ສະແຫວງຫາການປິດລ້ອມປະເທດຈີນ, ບໍ່ສະໜັບສະໜູນ “ໄຕ້ຫວັນເປັນເອກະລາດ”, ບໍ່ສະແຫວງຫາການປ່ຽນແປງສະພາບຊ່ອງແຄບໄຕ້ຫວັນໃນປັດຈຸບັນ. ອາເມຣິກາຈະສຸມກຳລັງຄວບຄຸມປັດໄຈຄວາມສ່ຽງໃນການພົວພັນລະຫວ່າງສອງປະເທດ ພ້ອມທັງມີທ່າທີເປີດປະຕູໃນການດຳເນີນການຮ່ວມມືກັບຈີນ.


     ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິີ່ງກ່ຽວກັບບັນຫາອູແກຣນ ສະຖານະການແຫຼມເກົາຫຼີ ແລະ ບັນຫາອື່ນໆ.