ອິດທິກຳລັງໃດໆກໍ່ປະຕິເສດຄວາມຈະເລີນແລະສະຖຽນລະພາບຂອງເຂດຊິ່ນຈ່ຽງຈີນບໍ່ໄດ້

2022-07-10 12:16:18 CRI


ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານຊວີກຸ້ຍຊ້ຽງ ໂຄສົກອົງການປົກຄອງເຂດປົກຄອງຕົນເອງເວີຍ
ເກີຊິ່ນຈ່ຽງຂອງຈີນກ່າວວ່າ,ແຕ່ໃດມາ ຊິ່ນຈ່ຽງໄດ້ຍຶດໝັ້ນຖືແນວຄວາມຄິດທີ່ຖືປະຊາຊົນເປັນໃຈກາງ,ຍຶດໝັ້ນວ່າປະຊາຊົນດຳລົງຊີວິດຢ່າງມີຄວາມສຸກເປັນສິດທິມະນຸດໃຫຍ່ກວ່າໝູ່, ທັງໄດ້ໃຊ້ມາດຕະການຕ່າງໆ, ເພື່ອຍົກສູງຄຸນນະພາແລະ ລະດັບຄວາມຮັບປະກັນສິດທິມະນຸດຂອງປະຊາຊົນຊົນເຜົ່າຕ່າງໆຢ່າງແຂງແຮງ.


    ທ່ານຊວີກຸ້ຍຊ້ຽງກ່າວຕື່ມວ່າ, ໃນຫຼາຍປີມານີ້, ງົບປະມານສາທາລະນະທົ່ວໄປຂອງການເງິນເຂດຊິ່ນຈ່ຽງມີ ຫຼາຍກວ່າ 70% ໄດ້ໃຊ້ເຂົ້າໃນການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໄດ້ບັນລຸການສຶກສາພາກບັງຄັບ 9 ປີໂດຍບໍ່ຕ້ອງເສຍຄ່າຢ່າງຮອບດ້ານ, ພາກໃຕ້ເຂດຊິ່ນຈ່ຽງໄດ້ບັນລຸການສຶກສາໂດຍບໍ່ຕ້ອງເສຍຄ່າເປັນເວລາ 15 ປີ, ພ້ອມທັງຕັ້ງໜ້າຊຸກຍູ້ ແລະ ຮັບປະກັນໃຫ້ປະຊາຊົນຊົນເຜົ່າຕ່າງໆປະກອບອາຊີບ. ອົງການປົກຄອງຂັ້ນຕ່າງໆຂອງເຂດຊິ່ນຈ່ຽງຍັງໄດ້ໃຊ້ມາດຕະການຕ່າງໆ ເພື່ອສ້າງເວທີປະກອບອາຊີບໃຫ້ແກ່ປະຊາຊົນຊົນເຜົ່າຕ່າງໆ ແລະ ສະໜອງການຮັບປະກັນດ້ານນະໂຍບາຍ.


    ໂດຍແນໃສ່ຄຳຂີ້ຕົວະຕ່າງໆຕໍ່ເຂດຊິ່ນຈ່ຽງທີ່ອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆປັ້ນແຕ່ງຂຶ້ນ, ທ່ານຊວີກຸ້ຍຊ້ຽງຊີ້ອອກວ່າ, ໂດຍຜ່ານຈາກຄວາມພະຍາຍາມມາຫຼາຍປີ, ພາລະກິດຮັບປະກັນສິດທິມະນຸດຂອງເຂດຊິ່ນຈ່ຽງໄດ້ຮັບຜົນງານຢ່າງເດັ່ນຊັດ. ອິດທິກຳລັງໃດໆກໍ່ປະຕິເສດຄວາມກ້າວໜ້າການພັດທະນາ ຄວາມຈະເລີແລະ ສະຖຽນລະພາບຂອງຊິ່ນຈ່ຽງບໍ່ໄດ້.