ຈີນຫວັງວ່າອາເມຣິກາຈະປະຕິບັດຕາມຄຳໝັ້ນສັນຍາທີ່ທ່ານປະທານາທິບໍດີໄບເດັນໄດ້ໃຫ້ໄວ້ກັບຈີນດ້ວຍການກະທຳຕົວຈິງ

2022-07-12 11:29:43 cri



 ຕາມຂ່າວລາຍງານວ່າ: ເມື່ອບໍ່ດົນມານີ້, ໃນເວລາພົບປະເຈລະ ຈາກັບທ່ານແອນໂທນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະ ເທດຈີນ ໄດ້ຕາງໜ້າຝ່າຍຈີນສະເໜີບັນຊີ 4 ສະບັບ ໃຫ້ຝ່າຍອາເມຣິກາ ເຊິ່ງໃນນັ້ນລວມເຖິງບັນຊີກ່ຽວກັບການຮຽກຮ້ອງໃຫ້ອາເມຣິກາດັດແປງນະໂຍບາຍທີ່ຜິດພາດຕໍ່ຈີນ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງ ປະເທດຈີນໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 11 ກໍລະກົດນີ້ວ່າ: ຫວັງວ່າ ຝ່າຍອາເມຣິກາຈະປະຕິບັດຕໍ່ບັນຊີທີ່ຝ່າຍຈີນສະເໜີນັ້ນຢ່າງແທ້ຈິງ, ໃຊ້ ການກະທຳຕົວຈິງເພື່ອປະຕິບັດຕາມຄຳໝັ້ນສັນຍາທີ່ທ່ານປະທານາທິບໍດີໂຈໄບ ເດັນ ແລະລັດຖະບານອາເມຣິກາໄດ້ໃຫ້ໄວ້.

ທ່ານວ່າງເວີນປິ່ນໄດ້ໃຫ້ຮູ້ຕື່ມວ່າ: ບັນຊີ 4 ສະບັບດັ່ງກ່າວນີ້ ບໍ່ພຽງແຕ່ລວມເຖິງໃນໄລຍະການພົບປະເຈລະຈາກັນລະຫວ່າງຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາເມຣິກາຢູ່ນະຄອນທຽນສິນປະເທດຈີນໃນປີ2021ຜ່ານມາ, ຝ່າຍຈີນໄດ້ສະເໜີ ບັນຊີໃຫ້ຝ່າຍອາເມຣິກາກ່ຽວກັບການຮຽກຮ້ອງໃຫ້ອາເມຣິກາດັດແປງຄວາມຜິດພາດດ້ານນະໂຍບາຍ,ຖ້ອຍຄຳກໍຄືການກະທຳຕໍ່ຈີນ, ບັນຊີສອງສະບັບທີ່ປັບປຸງ ໃໝ່ບົນພື້ນຖານບັນຊີກໍລະນີດ່ຽວທີ່ສຳຄັນເຊິ່ງຝ່າຍຈີນໃຫ້ຄວາມເອົາໃຈໃສ່, ນອກນີ້ຍັງລວມເຖິງບັນຊີຮ່າງກົດໝາຍທີ່ກ່ຽວຂ້ອງກັບຈີນຂອງອາເມຣິກາ ເຊິ່ງຝ່າຍຈີນໃຫ້ຄວາມເອົາໃຈໃສ່ເປັນພິເສດ, ແລະບັນຊີການຮ່ວມມື ລະຫວ່າງສອງຝ່າຍຈີນ-ອາເມຣິກາໃນ 8 ຂົງເຂດເຊັ່ນ: ການປ່ຽນແປງຂອງ ດິນຟ້າອາກາດ, ສາທາລະນະສຸກ  ວັດທະນະທຳແລະອື່ນໆ.

 ທ່ານວ່າງເວີນປິ່ນ ກ່າວຕື່ມວ່າ: “ບັນຊີທີ່ກ່ຽວຂ້ອງໄດ້ສະແດງ ໃຫ້ເຫັນຈຸດຢືນອັນເຄັ່ງຂຶມຂອງຈີນອີກຄັ້ງໜຶ່ງຄື: ຈີນຮຽກຮ້ອງໃຫ້ອາເມຣິກາ ຍຸດຕິການກະທຳບີບຄັ້ນແລະກົດດັນຈີນ, ຍຸດຕິການແຊກແຊງວຽກງານພາຍ ໃນຂອງຈີນ, ຍຸດຕິການທຳລາຍອະທິປະໄຕ ຄວາມໝັ້ນຄົງ ແລະຜົນປະໂຫຍດ ດ້ານການພັດທະນາຂອງຈີນ, ພ້ອມດຽວກັນນັ້ນຍັງໄດ້ສະແດງໃຫ້ເຫັນເຖິງ ທັດສະນະທ່າທີທີ່ມີລັກສະນະສ້າງສັນຂອງຝ່າຍຈີນທີ່ຍິນດີດຳເນີນການຮ່ວມມືຕົວຈິງກັບຝ່າຍອາເມຣິກາບົນພື້ນຖານເຄົາລົບເຊິ່ງກັນແລະກັນ ສະເໝີພາບແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວັງວ່າ ຝ່າຍອາເມຣິກາຈະປະຕິບັດ ຕໍ່ບັນຊີທີ່ຝ່າຍຈີນສະເໜີນັ້ນຢ່າງແທ້ຈິງ, ໃຊ້ການກະທຳຕົວຈິງເພື່ອປະຕິບັດ ຕາມຄຳໝັ້ນສັນຍາທີ່ທ່ານປະທານາທິບໍດີໂຈໄບເດັນແລະລັດຖະບານອາເມຣິກາ ໄດ້ໃຫ້ໄວ້. ”