ຜູ້ນຳຣັດເຊຍ ຕູຣາເຄຍ ແລະ ອີຣານຈະຈັດກອງປະຊຸມຮ່ວມກັນ

2022-07-13 10:59:49 CRI



   ວັນທີ 12 ກໍລະກົດນີ້, ທ່ານດີມີຕຣີ ເປັສໂກຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ພວມກຽມເດີນທາງໄປນະຄອນຫຼວງເຮລານຂອງອີຣານເພື່ອເຂົ້າຮ່ວມກອງປະຊຸມປະມຸກລັດປະເທດຂະບວນການອັສຕານາ ແນໃສ່ຊຸກຍູ້ການແກ້ໄຂບັນຫາຊີຣີ.


     ຂ່າວແຈ້ງໃຫ້ຮູ້ວ່າ,ທ່ານຣີເຊັບ ຕາຢິບ ເອີໂດການ ປະທານາທິບໍດີຕູຣາເຄຍຈະຢ້ຽມຢາມອີຣານໃນມື້ດຽວກັນ. ນອກຈາກການເຈລະຈາສອງຝ່າຍແລ້ວ,ຜູ້ນຳຣັດເຊຍ ຕູຣາເຄຍ ແລະ ອີຣານຍັງຈະຈັດກອງປະຊຸມຮ່ວມຢູ່ນະຄອນຫຼວງເຕເຮລານຂອງອີຣານຕື່ມອີກ.