ອັດຕາແລກປ່ຽນເງິນເອີໂຣກັບເງິນໂດລາສະຫະລັດຫຼຸດຕ່ຳລົງຢູ່ໃນລະດັບເທົ່າທຽມກັນ

2022-07-13 16:57:33 cri


ອີງຕາມຕົວເລກຂໍ້ມູນຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດເອີຣົບສະແດງໃຫ້ເຫັນວ່າ: ວັນທີ 12 ກໍລະກົດນີ້, ອັດຕາແລກປ່ຽນລະຫວ່າງເງິນເອີໂຣກັບເງິນໂດລາສະຫະລັດໄດ້ຫຼຸດຕ່ຳລົງຮອດລະດັບ 1 ເອີໂຣຕໍ່ 1 ໂດລາ, ນີ້ແມ່ນຄັ້ງທຳອິດທີ່ເງິນເອີໂຣກັບເງິນໂດລາສະຫະລັດມີລາຄາເທົ່າທຽມກັນນັບແຕ່ເດືອນທັນວາປີ 2002 ເປັນຕົ້ນມາ.

ອີງຕາມຕົວເລກຂໍ້ມູນຂອງທະນາຄານກາງເອີຣົບໃຫ້ຮູ້ວ່າ: ວັນທີ 11 ກໍລະກົດນີ້, ອັດຕາແລກປ່ຽນລະຫວ່າງເງິນເອີໂຣກັບເງິນໂດລາສະຫະລັດໄດ້ຫຼຸດລົງຈາກ 1 ເອີໂຣຕໍ່ 1,0163ໂດລາໃນວັນທີ 10 ກໍລະກົດນີ້ເປັນ 1 ເອີໂຣ ຕໍ່ 1,0098 ໂດລາ, ຈັງຫວະການຫຼຸດລົງຫຼາຍ ກວ່າ 11% ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ.

ສື່ມວນຊົນເຢຍລະມັນລາຍງານວ່າ: ການທີ່ອັດຕາແລກປ່ຽນລະຫວ່າງເງິນເອີໂຣກັບເງິນໂດລາສະຫະລັດຫຼຸດຕ່ຳລົງຢ່າງຕໍ່ເນື່ອງແມ່ນມີສ່ວນກ່ຽວຂ້ອງກັບການແຂງຄ່າຂອງເງິນໂດລາສະຫະລັດ, ໄພເງິນເຟີ້ສູງຢູ່ປະເທດໃນເຂດນຳໃຊ້ເງິນເອີໂຣ, ການແຜ່ລາມຂອງວິກິດການດ້ານພະລັງງານຢູ່ເອີຣົບແລະການທີ່ປະເທດເອີຣົບທີ່ມີໜີ້ສິນສູງມີຄວາມສ່ຽງເພີ່ມຫຼາຍຂຶ້ນພາຍໃຕ້ຄາດໝາຍທີ່ທະນາຄານກາງເອີຣົບຈະເພີ່ມອັດຕາດອກເບ້ຍ.