ອົງການອະນາໄມໂລກກ່າວວ່າ:ການແຜ່ລະບາດຂອງພະຍາດໂຄວິດ-19 ສືບຕໍ່ເປັນ“ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນເອົາໃຈໃສ່”

2022-07-13 12:15:39 cri


   ວັນທີ 12 ກໍລະກົດນີ້,ອົງການອະນາໄມໂລກໄດ້ອອກຖະແຫຼງການກ່ຽວກັບ ກອງປະຊຸມຄະນະກຳມະການເຫດການສກຸເສີນພະຍາດໂຄວິດ-19 ຄັ້ງທີ 12 . ຖະແຫຼງການໄດ້ຊີ້ໃຫ້ເຫັນວ່າ,ການແຜ່ລະບາດຂອງພະຍາດໂຄວິດ-19 ສືບຕໍ່ ເປັນ“ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນເອົາໃຈໃສ່”.


   ອົງການອະນາໄມໂລກສະເໜີໃຫ້ປະເທດຕ່າງໆເພີ່ມທະວີມາດຕະການປ້ອງ ກັນການແຜ່ລະບາດຂອງພະຍາດແລະບັນລຸເປົ້າໝາຍການສັກວັກຊິນຕ້ານພະຍາດໂຄວິດ-19,ພ້ອມທັງສືບຕໍ່ຊຸກຍູ້ມາດຕະການປ້ອງກັນສ່ວນຕົວທີ່ມີປະສິດທິຜົນເພື່ອຫຼຸດການແຜ່ລະບາດຂອງເຊື້ອພະຍາດ.


   ເດືອນມັງກອນປີ 2020,ທ່ານເທດຣົສ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກໄດ້ປະກາດວ່າ:ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນ “ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນເອົາໃຈໃສ່”, ຫຼັງຈາກນັ້ນ3ເດືອນໃດ,ອົງການອະນາໄມໂລກໄດ້ໄຂກອງປະຊຸມຄະນະກຳມະການເຫດການສຸກເສີນພະຍາດໂຄວິດ-19 .