ຫົກເດືອນຕົ້ນປີ 2022 GDPຂອງຈີນເພີ່ມຂຶ້ນ 2,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021

2022-07-15 15:00:27 CRI


ຕອນເຊົ້າວັນທີ 15 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານຟູລິງຫຸ່ຍໂຄສົກອົງການສະຖິຕິແຫ່ງຊາດຈີນ ທັງເປັນຫົວໜ້າພະແນກສະຖິຕິສັງລວມດ້ານເສດຖະກິດແຫ່ງຊາດໄດ້ແນະນຳສະພາບການເຄື່ອນໄຫວຂອງເສດຖະກິດແຫ່ງຊາດໃນຫົກເດືອນຕົ້ນປີ 2022.

 

ອີງຕາມການຄິດໄລ່ຂັ້ນເບື້ອງຕົ້ນ, ໃນຫົກເດືອນຕົ້ນປີ 2022ນີ້, ຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນມີມູນຄ່າ 56.264,2 ຕື້ຢວນ, ເມື່ອຄິດໄລ່ຕາມລາຄາຄົງທີ່, ໄດ້ເພີ່ມຂຶ້ນ 2,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ເມື່ອສັງເກດເບິ່ງຕາມຂະແໜງການແລ້ວເຫັນວ່າ, ຂະແໜງການກະສິກຳມີມູນຄ່າເພີ່ມຂຶ້ນ 2.913,7ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021; ຂະແໜງການອຸດສາຫະກຳມີມູນຄ່າເພີ່ມ 22.863,6 ຕື້ຢວນ, ເພີ່ມຂຶ້ນ3,2%; ຂະແໜງການບໍລິການ ມີມູນຄ່າເພີ່ມ 30.486,8 ຕື້ຢວນ, ເພີ່ມຂຶ້ນ 1,8%.

 

ນອກນີ້, ໃນຫົກເດືອນຕົ້ນປີນີ້, ດັດສະນີລາຄາຜູ້ບໍລິໂພກໃນທົ່ວປະເທດຈີນ ຫຼື CPI ໄດ້ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.