ໝາກລະແຊັງຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງວ່ອງໄວ

2022-07-15 16:50:38 CRI


ວັນທີ 14 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນທູລູຟານ. ທ່ານໄດ້ກວດກາເບິ່ງການວາງສະແດງໝາກໄມ້ທີ່ເປັນເອກະລັກຂອງທູລູຟານ, ຮັບຮູ້ສະພາບການພັດທະນາອຸດສາຫະກຳລະແຊັງ ຊຸກຍູ້ວັດທະນະທຳ ແລະ ການທ່ອງທ່ຽວເຊື່ອມໂຍງເຂົ້າກັນ ແລະ ອື່ນໆ.


 

ນະຄອນທູລູຟານແມ່ນເມືອງວັດທະນະທຳປະຫວັດສາດລະດັບຊາດຊຸດທຳອິດຂອງຈີນ, ຖືກຂະໜານນາມວ່າເປັນ “ບ້ານລະແຊັງ”. ປະຊາຊົນໄດ້ອີງໃສ່ທ່າແຮງດ້ານຄົມມະນາຄົມ ວັດທະນະທຳລະແຊັງ ແລະວັດທະນະທຳຮີດຄອງປະເພນີ, ອອກແຮງພັດທະນາການທ່ອງທ່ຽວ, ຊຸກຍູ້ໃຫ້ 3000 ກວ່າຄົນປະກອບອາຊີບ. ອຸດສາຫະກຳລະແຊັງເປັນພາຫະນະສຳຄັນທີ່ຊຸກຍູ້ໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນ, ການຂະຫຍາຍຕົວຂອງຕ່ອງໂສ້ອຸດສາຫະກຳ ແລະ ຈຳໜ່າຍຜະລິດຕະພັນກະສິກຳ, ໄດ້ຊຸກຍູ້ໃຫ້ຊາວກະສິກອນປະກອບອາຊີບ ແລະ ສ້າງຄວາມຮັ່ງມີຂຶ້ນ.