ອົງການຮ່ວມມືຊຽງໄຮເຫັນວ່າ: ກຸ່ມນາໂຕມີເຈດຕະນາບໍ່ດີຕໍ່ອາຊີປາຊິຟິກ, ເຊິ່ງບໍ່ສ້າງສັນຕໍ່ສັນຕິພາບແລະຄວາມໝັ້ນຄົງຂອງໂລກ

2022-07-16 17:41:41 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 15 ກໍລະກົດນີ້, ທ່ານ ຈ່າງມີງ ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮກ່າວວ່າ: ຫຼັງຈາກສົງຄາມເຢັນສິ້ນສຸດລົງແລ້ວ, ປະເທດທີ່ພວມພັດທະນາຈຳນວນຫຼວງຫຼາຍໄດ້ກຳແໜ້ນໂອກາດການພັດທະນາ, ຂະນະດຽວກັນ, ກຸ່ມນາໂຕພັດສ້າງຄູ່ແຂ່ງຂຶ້ນຢ່າງບໍ່ຢຸດຢັ້ງເພື່ອການຍືນຍົງຄົງຕົວຂອງອົງການຕົນ, ຍຶດໝັ້ນແນວຄິດແລະພຶດຕິກຳ ທີ່ກໍ່ການເປັນປໍລະປັກກັນລະຫວ່າງຝ່າຍຕ່າງໆຢ່າງດື້ດ້ານ, ປັດຈຸບັນ, ກຸ່ມນາໂຕກຳລັງເຈດຕະນາກໍ່ການເປັນປໍລະປັກກັນຢູ່ໃນພາກພື້ນອາຊີປາຊິຟິກ.

ທ່ານຈ່າງມີງກ່າວວ່າ, ກຸ່ມນາໂຕເຄີຍອ້າງມາຫຼາຍເທື່ອແລ້ວວ່າ, ຈະບໍ່ບຸກທະລຸການຈຳກັດດ້ານພູມສາດຂອງມະຫາສະໝຸດອັດລັງຕິກເໜືອທີ່ກຸ່ມນາໂຕກຳນົດເອງ. ໃນກອງປະຊຸມທີ່ຈັດຂຶ້ນຢູ່ນະຄອນຫຼວງມາຣິດປະເທດແອສປາຍໃນຫວ່າງມໍ່ໆມານີ້, ໃນເອກະສານນິຍາມຍຸດທະສາດຂອງກຸ່ມນາໂຕ, ຈົນກະທັ້ງໄດ້ຖືເອົາປະເທດສະມາຊິກອົງການຮ່ວມມືຊຽງໄຮທີ່ຕັ້ງຢູ່ພາກພື້ນອາຊີປາຊິຟິກເປັນສິ່ງທ້າທາຍແລະຄູ່ແຂ່ງລັກສະນະລະບົບ, ການກະທຳແບບນີ້ ບໍ່ສ້າງສັນຕໍ່ສັນຕິພາບແລະຄວາມໝັ້ນຄົງຂອງໂລກ.

ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮຈະຈັດຂຶ້ນຢູ່ນະຄອນຊາມາຄານຂອງອຸສເບກີສຖານໃນເດືອນກັນຍາປີນີ້, ທ່ານຈ່າງມີງໃຫ້ຮູ້ວ່າ, ປັດຈຸບັນ, ວຽກງານກະກຽມກອງປະຊຸມສຸດຍອດໄດ້ສຳເລັດແລ້ວ, ກອງປະຊຸມສຸດຍອດຄັ້ງນີ້ ຈະປະຕິບັດລະບຽບການທີ່ກ່ຽວຂ້ອງ ກັບອີຣານແລະ ເບລາຣູຊີ ເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮຢ່າງເປັນທາງການ.