ກະຊວງການຕ່າງປະເທດຈີນກ່າວວ່າ: ພາກພື້ນຕາເວັນອອກກາງບໍ່ແມ່ນ “ເດີ່ນຫຼັງບ້ານ” ຂອງປະເທດໃດໆ

2022-07-16 14:32:04 cri

ວັນທີ 14 ກໍລະກົດນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ທີ່ກຳລັງຢ້ຽມຢາມປະເທດອິດສະຣາແອນ ກັບທ່ານຢາເອຍ ລາປິດ ນາຍົກລັດຖະມົນຕີອິດສະຣາແອນ ໄດ້ຮ່ວມກັນຈັດກອງປະຊຸມຖະແຫຼງຂ່າວ. ທ່ານໂຈ ໄບເດັນກ່າວວ່າ: ອາເມຣິກາຈະສືບຕໍ່ເສີມຂະຫຍາຍບົດບາດນຳພາຢູ່ຕາເວັນອອກກາງ, ບໍ່ອະນຸຍາດໃຫ້ຈີນ ແລະຣັດເຊຍແຊກເຂົ້າມາແທນທີ່ບ່ອນຫວ່າງ ເພາະວ່ານີ້ເປັນການລະເມີດຜົນປະໂຫຍດຂອງອາເມຣິກາ ແລະອິດສະຣາແອນ.

ໃນເວລາຕອບຄຳຖາມກ່ຽວກັບເລື່ອງດັ່ງກ່າວ ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 15 ກໍລະກົດນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ປະຊາຊົນປະເທດຕາເວັນອອກກາງ ເປັນເຈົ້າຂອງພາກພື້ນຕາເວັນອອກກາງ, ພາກພື້ນຕາເວັນອອກກາງບໍ່ແມ່ນ “ເດີ່ນຫຼັງບ້ານ” ຂອງປະເທດໃດໆ.

ທ່ານວ່າງເວີນປິ່ນຍັງກ່າວຕື່ມວ່າ: ປັດຈຸບັນ, ສະຖານະການຢູ່ຕາເວັນອອກກາງກຳລັງປະສົບກັບຄວາມປັ່ນປ່ວນທີ່ສຸດ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກີດຂວາງການພັດທະນາຂອງພາກພື້ນນີ້ ແລະການປະທະກັນລະຫວ່າງຣັດເຊຍ ກັບອູແກຣນກໍສືບຕໍ່ສ້າງຜົນປະທົບໃຫ້ກັບຄວາມໝັ້ນຄົງຂອງພາກພື້ນນີ້. ສິ່ງທີ່ປະຊາຊົນປະເທດຕາເວັນອອກກາງຫວັງຢາກໄດ້ທີ່ສຸດ ແລະຕ້ອງການທີ່ສຸດ ກໍຄືສັນຕິພາບ ແລະການພັດທະນາ. ປະຊາຄົມໂລກ ໂດຍສະເພາະແມ່ນປະເທດໃຫຍ່ທີ່ສຳຄັນ ຄວນໃຫ້ການຊ່ວຍເຫຼືອທີ່ມີລັກສະນະສ້າງສັນ ແກ່ປະເທດ ກໍຄືປະຊາຊົນຢູ່ພາກພື້ນຕາເວັນອອກກາງ ໃນການແກ້ໄຂບັນຫາດ້ານການພັດທະນາ ແລະສັນຕິພາບໃຫ້ດີ, ແຕ່ຫາກບໍ່ແມ່ນໄປຕາມທິດກົງກັນຂ້າມ.