ຈີນຍິງສົ່ງດາວທຽມ Siwei 03/04 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-07-17 12:31:12 cri



 ເວລາ 6 ໂມງ 57 ນາທີຂອງວັນທີ 16 ກໍລະກົດນີ້ ຕາມເວລາປັກກິ່ງ, ຢູ່ສູນສົ່ງດາວທຽມໄທ້ຢວນ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານ “ສາງເຈິ່ງ 2C” ຍິງສົ່ງດາວທຽມ  Siwei 03/04 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ. ດາວທຽມໄດ້ເຂົ້າສູ່ວົງໂຄຈອນຕາມທີ່ກຳນົດໄວ້ລ່ວງໜ້າເປັນຢ່າງດີ, ຖືວ່າ ການຍິງສົ່ງດາວທຽມຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.



  ດາວທຽມສອງດວງດ່ັງກ່າວຕົ້ນຕໍຈະໃຫ້ການບໍລິການສຳຫຼວດທາງ ໄກດ້ານທຸລະກິດໃນຂົງເຂດຕ່າງໆເຊັ່ນ: ການສຳຫຼວດທີ່ດິນແຫ່ງຊາດ, ການສຳຫຼວດວັດແທກແລະແຕ້ມແຜນທີ່ພູມສາດ, ການຕິດຕາມໄພທຳມະຊາດ, ວຽກງານຜັງເມືອງແລະອື່ນໆ ພ້ອມທັງໃຫ້ການບໍລິການແກ່ຕະຫຼາດທີ່ຈະເລີນໃໝ່ເຊັ່ນ: ຮູບສາມມິຕິຕາມພາບຕົວຈິງ, ຄວາມໝັ້ນຄົງຂອງຕົວເມືອງ, ການຕິດຕາມລ້ອງແມ່ນ້ຳດ້ວຍເຕັກນິກດິຈີຕອນ, ການເງິນກະສິກຳແລະອື່ນໆ.

    ການຍິງສົ່ງດາວທຽມໃນຄັ້ງນີ້ແມ່ນເປັນຄັ້ງທີ 427 ທີ່ຈະຫຼວດສົ່ງຍານ ລະບົບ “ສາງເຈີ່ງ”ປະຕິບັດໜ້າທີ່ການບິນ.