ທ່ານຫວາງຢີ້ ສົ່ງໂທລະເລກສະແດງຄວາມຢື້ຢາມຖາມຂ່າວໄປຍັງລັດຖະມົນຕີການຕ່າງປະເທດປາກີສະຖານ ກ່ຽວກັບປາກີສະຖານປະສົບໄພນ້ຳຖ້ວມ

2022-07-18 14:54:59 cri


ວັນທີ 16 ກໍລະກົດນີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົ່ງໂທລະເລກສະແດງຄວາມຢື້ຢາມຖາມຂ່າວໄປຍັງທ່ານບີລາໂວ ບູໂທ ຊາດາຣີ, ລັດຖະມົນຕີກະຊວງການຕ່າງປະເທດປາກີສະຖານ ກ່ຽວກັບປາກີສະຖານປະສົບໄພນ້ຳຖ້ວມ.



ທ່ານຫວາງຢີ້ກ່າວວ່າ, ຂ້າພະເຈົ້າໄດ້ຮັບຂ່າວກ່ຽວກັບຫຼາຍທ້ອງຖິ່ນຂອງປາກີສະຖານໄດ້ປະສົບກັບໄພນ້ຳຖ້ວມຢ່າງຮ້າຍແຮງໃນໄລຍະມໍ່ໆມານີ້, ເຊິ່ງພາໃຫ້ປະຊາຊົນບາດເຈັບແລະເສຍຊີວິດເປັນຈຳນວນຫຼວງຫຼາຍ ຍັງເຮັດໃຫ້ເກີດຄວາມເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ປະສົບເຄາະຮ້າຍ, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ, ປະຊາຊົນທີ່ບາດເຈັບແລະປະຊາຊົນຢູ່ເຂດປະສົບໄພ. ລັດຖະບານແລະປະຊາຊົນຈີນຈະຢືນຢູ່ຄຽງຂ້າງອ້າຍນ້ອງລັດຖະບານແລະປະຊາຊົນປາກີສະຖານຢ່າງສະເໝີຕົ້ນສະເໝີປາຍ. ເຊື້ອໝັ້ນວ່າ, ພາຍໃຕ້ການນຳພາຂອງລັດຖະບານປາກີສະຖານ, ປະຊາຊົນປາກີສະຖານຈະເອົາຊະນະໄພທຳມະຊາດຄັ້ງນີ້ໄດ້ຢ່າງແນ່ນອນ, ແລະຟື້ນຟູການຜະລິດແລະຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.