ສະໜາມບິນສູນສະເພາະຂົນສົ່ງສິນຄ້າແຫ່ງທຳອິດຂອງຈີນສ້າງສຳເລັດຢູ່ແຂວງຫູເປີຍ ແລະເລີ່ມເປີດບໍລິການແລ້ວ

2022-07-18 14:41:04 cri

ຕອນເຊົ້າວັນທີ 17 ກໍລະກົດນີ້, ຍົນສະເພາະຂົນສົ່ງສິນຄ້າຂອງບໍລິສັດສົ່ງດ່ວນຊຸ້ນເຟີ່ງສອງລຳ ແລະຍົນໂດຍສານແຊນາ ຊາວສ໌ ແອລາຍ ລຳໜຶ່ງ ຈອດຢູ່ລານແລ່ນສະໜາມບິນຮ່ວາຮູ ນະຄອນເອີ້ໂຈ່ວ ຕາມລຳດັບ. ມື້ດຽວກັນ, ສະໜາມບິນຮ່ວາຮູ ນະຄອນເອີ້ໂຈ່ວ ເຊິ່ງເປັນສະໜາມບິນສູນສະເພາະຂົນສົ່ງສິນຄ້າແຫ່ງທຳອິດຂອງຈີນ ກໍ່ຄືຂອງອາຊີ ໄດ້ເລີ່ມເປີດບໍລິການຢ່າງເປັນທາງການ.


ຫຼັງຈາກເປີດບໍລິການຢ່າງເປັນທາງການແລ້ວ, ປີນີ້, ສະໜາມບິນດັ່ງກ່າວຈະເປີດສາຍການບິນຂົນສົ່ງຜູ້ໂດຍສານລະຫວ່າງນະຄອນ ເອີ້ໂຈ່ວ ກັບ ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ, ເສີ່ນເຈີ້ນ, ເຊ້ຍເມີນ, ຈູງກິ່ງແລະແຫ່ງອື່ນໆເປັນກ້າວໆ, ພ້ອມທັງເປີດສາຍການບິນຂົນສົ່ງສິນຄ້າລະຫວ່າງ ນະຄອນ ເອີ້ໂຈ່ວ ກັບ ນະຄອນເສີ່ນເຈີ້ນ, ຊຽງໄຮຂອງຈີນ, ແຟັຣງເຟີດຂອງເຢຍລະມັນ, ໂອຊາກາຂອງຍີ່ປຸ່ນແລະອື່ນໆເປັນກ້າວໆ. ມີເປົ້າໝາຍໃນໄລຍະສັ້ນຄື: ຮອດປີ 2025, ບັນລຸການຕ້ອນຮັບແລະຂົນສົ່ງຜູ້ໂດຍສານໃຫ້ໄດ້ 1 ລ້ານເທື່ອຄົນ, ຈຳນວນຮັບແລະສົ່ງສິນຄ້າ 2.450.000 ໂຕນ.