ປະທານອົງການໄອຍະການສູງສຸດແລະຫົວໜ້າກົມຄວາມໝັ້ນຄົງແຫ່ງຊາດອູແກຣນຖືກປົດຕຳແໜ່ງ

2022-07-18 14:51:43 cri


ວັນທີ 17 ກໍລະກົດນີ້, ເວັບໄຊປະທານາທິບໍດີອູແກຣນຖະແຫຼງຂ່າວວ່າ, ມື້ດຽວກັນ, ທ່ານໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີອູແກຣນໄດ້ເຊັນດຳລັດ, ປົດທ່ານນາງ ອີຣີນາ ເວເນດີກໂທວາ ປະທານອົງການໄອຍະການສູງສຸດ ອູແກຣນ ແລະປົດທ່ານອິວານ ບາຄານອບ ຫົວໜ້າກົມຄວາມໝັ້ນຄົງແຫ່ງຊາດອູແກຣນ ອອກຈາກຕຳແໜ່ງ.

ວັນທີ 17 ກໍລະກົດນີ້, ຂ່າວສານອູແກຣນໄດ້ອ້າງອີງຂໍ້ມູນຂ່າວສານຂອງກົມສຳຫຼວດແຫ່ງຊາດອູແກຣນມາລາຍງານວ່າ, ໃນການເຄື່ອນໄຫວພິເສດເທື່ອໜຶ່ງ, ກົມສຳຫຼວດແຫ່ງຊາດແລະກົມຄວາມໝັ້ນຄົງແຫ່ງຊາດອູແກຣນໄດ້ຈັບຕົວພະນັກງານກົມຄວາມໝັ້ນຄົງແຫ່ງຊາດອູແກຣນຜູ້ໜຶ່ງ ທີ່ຮັບໃຊ້ພາກສ່ວນຂ່າວລັບຂອງຣັດເຊຍ. ຫຼັງຈາກນັ້ນ, ທ່ານເຊເລັນສກີກ່າວວ່າ, ຈະດຳເນີນການປະເມີນຕໍ່ “ການກະທຳຢ່າງລະອຽດແລະການກະທຳທີ່ບໍ່ປະຕິບັດຕາມໜ້າທີ່ວຽກງານທຸກປະເພດ” ຂອງພະນັກງານທຸກຄົນ ທີ່ເຮັດວຽກຢູ່ພາກສ່ວນຮັກສາຄວາມໝັ້ນຄົງແລະອົງການປະຕິບັດກົດໝາຍ.