ງານມະຫະກຳກິລາເອຊຽນເກມຄັ້ງທີ 19 ຈະຈັດຂຶ້ນລະຫວ່າງວັນທີ 23 ກັນຍາຫາວັນທີ 8 ຕຸລາປີ 2023

2022-07-20 16:15:09 cri

      ສະພາມົນຕີໂອລິມປິກອາຊີໄດ້ປະກາດໃນວັນທີ 19 ກໍລະກົດນີ້ວ່າ: ງານມະຫະກຳກິລາເອຊຽນເກມຄັ້ງທີ 19 ປີ 2022 ແຕ່ເດີມມີກຳນົດຈະຈັດຂຶ້ນຢູ່ນະຄອນຮາງໂຈ່ວຂອງຈີນລະຫວ່າງວັນທີ 10 ຫາ 25 ກັນຍາປີນີ້ແຕ່ຈະປ່ຽນໄປຈັດຂຶ້ນລະຫວ່າງວັນທີ 23 ກັນຍາຫາວັນທີ 8 ຕຸລາປີ 2023 ແທນ, ສ່ວນຊື່ງານຍັງແມ່ນງານມະຫະກຳກິລາເອຊຽນເກມຄັ້ງທີ 19 ປີ 2022 ຮາງໂຈ່ວຄືເກົ່າ.