ກະຊວງການຄ້າຈີນໃຫ້ຮູ້ວ່າ: ປະເທດສະມາຊິກ RCEP ມີຄວາມຫ້າວຫັນສູງໃນການເຂົ້າຮ່ວມງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 2

2022-07-21 14:21:36 cri

ວັນທີ 20 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນຈັດກອງປະຊຸມຖະແຫຼງຂ່າວ. ທ່ານເຊີ້ງຊິ່ວພີງ, ຮອງລັດຖະມົນຕີກະຊວງການຄ້າຈີນໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ໄດ້ມີວິສາຫະກິດ 1000 ກວ່າແຫ່ງຂອງ 61 ປະເທດແລະເຂດແຄວ້ນຮັບຮອງວ່າ ຈະເຂົ້າຮ່ວມ ງານວາງສະແດງເຄື່ອງບໍລິໂພກສາກົນຈີນປີ 2022, ເຄື່ອງໝາຍສິນຄ້າດັງທີ່ສຸດຈຳນວນຫຼວງຫຼາຍຈະເຕົ້າໂຮມກັນຢູ່ເກາະໄຫຫຼຳຈີນເພື່ອເຂົ້າຮ່ວມງານດັ່ງກ່າວ. ໃນນັ້ນ, ສິ່ງທີ່ພິເສດຄື: ປະເທດສະມາຊິກ ສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP ມີຄວາມຫ້າວຫັນສູງຫຼາຍ, ເນື້ອທີ່ວາງສະແດງຂອງຍີ່ປຸ່ນ, ສ.ເກົາຫຼີ, ມະເລເຊຍແລະປະເທດອື່ນໆກວ້າງເຖິງ 5.000 ກວ່າຕາແມັດ ໄດ້ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ງານວາງສະແດງຄັ້ງທຳອິດ.


ນອກນີ້, ງານວາງສະແດງຄັ້ງນີ້ ຍັງຈະເປີດຫ້ອງວາງສະແດງສິນຄ້າຄຸນນະພາບດີຂອງຈີນ ທີ່ກວມເນື້ອທີ່ 5.000 ຕາແມັດ, ເພື່ອດຶງດູດສິນຄ້າຈີນຫຼາຍກວ່າເກົ່າເຂົ້າມາຮ່ວມງານ.